ບັນດາບໍລິສັດຂອງ ມາເລເຊຍ ຈະມີຜົນເສຍຫາຍອັນໃຫຍ່ຫຼວງ ແລະ ມາເລເຊຍ ຈະເສຍໃຫ້ ຫວຽດນາມ ກ່ຽວກັບເລື່ອງດຶງດູດການລົງທຶນດ້ານການຄ້າຖ້າຫາກວ່າ Kuala Lumpur ບໍ່ເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP). ນີ້ແມ່ນຂໍ້ສັງເກດຂອງທ່ານນາງ Deborah Elms, ຜູ້ອຳນວຍການບໍລິຫານສູນການຄ້າ ອາຊີ ທີ່ການປຶກສາຫາລືໂຕະມົນກ່ຽວກັບ “ເສດຖະກິດເຕັກນິກດີຈີຕອນ ອາຊຽນ: ການລົງທຶນ, ບັນດາຊ່ອງຫວ່າງ ແລະ ບັນດາຜົນກະທົບຂອງນະໂຍບາຍ” ທີ່ຈັດຕັ້ງຢູ່ ກົວລາລຳເບີ ໃນວັນທີ 12 ກໍລະກົດ. ຕາມທ່ານນາງ Deborah ແລ້ວ, CPTPP ຈະມີຜົນປະໂຫຍດພິເສດແມ່ນສຳລັບບັນດາວິສາຫະກິດຂະໜາດນ້ອຍຍ້ອນມີກະແສສິນຄ້າ, ການບໍລິການຢ່າງຕໍ່ເນື່ອງ ແລະ ການລົງທຶນກໍ່ຄືການອາລັກຂາຊັບສິນທາງປັນຍາ. ທ່ານນາງ Deborah ຖືວ່າ: ຫວຽດນາມ ມີທ່າໄດ້ປຽບກ່ຽວກັບຄ່າແຮງງານຖືກ ແລະ ບາງຂົງເຂດມີທ່າແຮງ. ແຕ່ເຖິງຢ່າງໃດກໍ່ຕາມ, ມາເລເຊຍ ກໍ່ມີທ່າແຮງກ່ຽວກັບລະດັບຄວາມຮູ້ຂອງກຳມະກອນໃນບາງຂົງເຂດ, ກໍ່ຄືລະບົບພື້ນຖານໂຄງລ່າງ ແລະ ລະບົບທ່າກ່ຳປັ່ນ.