ນັກຊ່ຽວຊານ IMF: ຫວຽດນາມ ແມ່ນສະຖານທີ່ດຶງດູດສຳລັບນັກລົງທຶນຕ່າງປະເທດ

Chia sẻ
(VOVWORLD) - ນີ້ແມ່ນໝາກຜົນຂອງເລື່ອງ ຫວຽດນາມ ມີສະພາບແວດລ້ອມແຫ່ງການລົງທຶນຢ່າງມີສະຖຽນລະພາບ, ພື້ນຖານເສດຖະກິດເຕີບໂຕສູງ, ຕະຫຼາດພາຍໃນໃຫຍ່ ແລະ ມີແຫຼ່ງຊັບພະຍາກອນມະນຸດໜຸ່ມ.
ນັກຊ່ຽວຊານ IMF: ຫວຽດນາມ ແມ່ນສະຖານທີ່ດຶງດູດສຳລັບນັກລົງທຶນຕ່າງປະເທດ - ảnh 1(ພາບປະກອບ : Hồng Đạt/TTXVN)

ໃນຂອບເຂດກອງປະຊຸມປະຈຳປີລະດູບານໃໝ່ຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ທີ່ຈັດຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ), ທ່ານ Paulo Medas, ຫົວໜ້າຄະນະໃຫ້ຄຳປຶກສາ ແລະ ຕິດຕາມກວດກາເສດຖະກິດມະຫາພາກ ຫວຽດນາມ ຂອງ IMF, ເນັ້ນໜັກວ່າ: ຫວຽດນາມ ແມ່ນສະຖານທີ່ດຶງດູດບັນດານັກລົງທຶນຕ່າງປະເທດ (FDI). ນີ້ແມ່ນໝາກຜົນຂອງເລື່ອງ ຫວຽດນາມ ມີສະພາບແວດລ້ອມແຫ່ງການລົງທຶນຢ່າງມີສະຖຽນລະພາບ, ພື້ນຖານເສດຖະກິດເຕີບໂຕສູງ, ຕະຫຼາດພາຍໃນໃຫຍ່ ແລະ ມີແຫຼ່ງຊັບພະຍາກອນມະນຸດໜຸ່ມ. ເພື່ອຮັກສາໄດ້ກຳລັງດຶງດູດນີ້, ຫວຽດນາມ ຄວນສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຫລຸດຜ່ອນລະບຽບການບໍລິຫານ, ພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນພະລັງງານສະອາດ ແລະ ຍູ້ແຮງນະວັດຕະກຳ.

ຕອບກັບ