ທຳນຽບຫ້າແຈສະເໜີບ້ວງລາຍຈ່າຍເກືອບ 80 ຕື້ USD ໃຫ້ແກ່ການສູ້ຮົບ ຢູ່ອາບການິດສຖານ

Chia sẻ
ວັນ​ທີ 20/05, ເລຂາ​ການ​ຂ່າວ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ທ່ານ​George Little ​ໃຫ້​ຮູ້​ວ່າ ກະຊວງ​ນີ້​ໄດ້​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາບ້ວງ​ລາຍ​ຈ່າຍ​ເກືອບ 80 ​ຕື້ USD​ ​ໃຫ້​ແກ່​ການ​ສູ້​ຮົບ​ຢູ່​ອາບ​ກາ​ນິດ​ສຖານ ​ໃນ​ປີ 2014.

ທຳນຽບຫ້າແຈສະເໜີບ້ວງລາຍຈ່າຍເກືອບ 80 ຕື້ USD ໃຫ້ແກ່ການສູ້ຮົບ ຢູ່ອາບການິດສຖານ - ảnh 1
(ພາບປະກອບ)
(vovworld) -  ວັນ​ທີ 20/05, ເລຂາ​ການ​ຂ່າວ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ທ່ານ​George Little ​ໃຫ້​ຮູ້​ວ່າ ກະຊວງ​ນີ້​ໄດ້​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາບ້ວງ​ລາຍ​ຈ່າຍ​ເກືອບ 80 ​ຕື້ USD​ ​ໃຫ້​ແກ່​ການ​ສູ້​ຮົບ​ຢູ່​ອາບ​ກາ​ນິດ​ສຖານ ​ໃນ​ປີ 2014. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Little ຊີ້​ແຈ້ງວ່າ ທຳນຽບຫ້າ​ແຈ ​ໄດ້​ສະ​ເໜີ​ບ້ວງລາຍຈ່າຍ​ເກືອບ 80 ​ຕື້ USD ​ເພື່ອ​ໃຊ້​ຈ່າຍ​ໃຫ້​ແກ່​ການ​ສູ້​ຮົບ​ຢູ່​ອາບກາ​ນິດ​ສຖານ ​ໃນ​ປີ​ການ​ເງິນ 2014. ຕາມ​ເຈົ້າ​ໜ້າ​ທີ່​ດັ່ງກ່າວ​ແລ້ວ, ຈຳນວນ​ເງິນ​ນີ້​ໄດ້​ເພີ່ມ​ເຕີມ​ເຂົ້າ​ງົບປະມານເກືອ​ບ 530 ຕື້ USD ​ເພື່ອສະ​ຫງວນ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວຢູ່ອາບ​ກາ​ນິດ​ສຖານ, ​ເຊິ່ງ​ໄດ້​ສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ ກ່ອນ​ນັ້ນ, ​ເຊິ່ງລວມມີ​ການ​ເຄື່ອນ​ໄຫວ​ປະຈຳ​ວັນ​ຂອງ​ກຳລັງ​ທະຫານ​ອາ​ເມ​ລິ​ກາ​ ຢູ່​ອາບ​ກາ​ນິດ​ສຖານ, ກໍ​ຄື​ເລື່ອງ​ຖອນ​ທະຫານ ​ແລະ ພາຫະນະ​ອຸປະກອນ​ອອກ​ຈາກ​ປະ​ເທດ​ອາຊີ​ຕາ​ເວັນ​ຕົກ​ສຽງ​ໃຕ້​ນີ້.

        ປະຈຸ​ບັນ​ມີ​ທະຫານ​ອາ​ເມ​ລິ​ກາ 63.000 ຄົນພວມ​ຕັ້ງ​ທັບ​ຢູ່​ອາກາ​ນິດ​ສຖານ ​ແລະ ຈຳນວນ​ທະຫານ​ຈະ​ຖືກ​ຫລຸດ​ລົງ​ເຫຼີ​ອ​ພຽງ 34.000 ຄົນ​ໃນ​ເດືອນ 02/2014. ຕາມ​​ແຜນການ​ແລ້ວ, ອາ​ເມ​ລິ​ກາ ຈະ​ຖອນ​ກຳລັງທະຫານສູ້​ຮົບ​ທັງ​ໝົດ​ອອກ​ຈາກ​ອາບກາ​ນິດ​ສຖານ​ ໃນ​ທ້າຍ​ປີ 2014.