(vovworld)- ຕອນຄຳ່ວັນທີ 22/11, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ກັບເມືອຮ່າໂນ້ຍ ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງອິນເດຍຢ່າງຈົບງາມ. ໃນໄລຍະຢ້ຽມຢາມອີນເດຍແຕ່ວັນທີ 19 - 23/11. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເຈລະຈາກັບ ນາຍົກລັດຖະມົນຕີ ອິນເດຍ Manmohan singh, ພົບປະກັບປະທານາທິບໍດີ ອິນເດຍ Pranab Mukherjee, ຮອງປະທານາທິບໍດີ Hamid Ansari, ປະທານສະພາຕຳ່ Meira Kumar, ພົບປະກັບລັດຖະມົນຕີການຕ່າງປະເທດອິນເດຍ ແລະ ການນຳພັກອື່ນໆຢູ່ອິນເດຍ.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Manmohan Singh
photo:gdtd.vn
|
ທີ່ການພົບປະ, ເຈລະຈາຄັ້ງຕ່າງໆດັ່ງກ່າວ, ສອງຝ່າຍສະແດງຄວາມພຶງພໍໃຈກ່ຽວກັບການພັດທະນາຮອບດ້ານ ແລະ ເຂັ້ມແຂງຂອງການພົວພັນລະຫວ່າງ ຫວຽດນາມ ແລະ ອິນເດຍໃນໄລຍະຜ່ານມາ ແລະ ເນັ້ນຫນັກວ່າ: ຫວຽດນາມ ແລະ ອິນເດຍ ມີຈຸດໝາຍລວມກ່ຽວກັບການເຕີບໂຕ ແລະ ພັດທະນາເສດຖະກິດສັງຄົມຢ່າງຮອບດ້ານ, ຕອບສະຫນອງຄວາມມຸ່ງມາດປາດຖະຫນາຂອງປະຊາຊົນສອງປະເທດ. ສອງຝ່າຍຢືນຢັນຖືເປັນສຳຄັນ ແລະ ມານະພະຍາຍາມເພີ່ມທະວີ, ເສີມສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຂອງພາກພື້ນອາຊີ - ປາຊີຟີກ ແລະ ໃນໂລກ.
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 8 ສະບັບກ່ຽວກັບບັນດາຂົງເຂດຄື: ການບິນ, ວິທະຍາສາດເຕັກໂນໂລຊີ, ການເງິນ, ນຳ້ມັນອາຍແກສ, ການສຶກສາບຳລຸງສ້າງ.