ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສຳເລັດການຢ້ຽມຢາມສະຫະພັນລັດເຊຍ ແລະ ຮຸງກາຣີ ຢ່າງຈົບງາມ

Chia sẻ
(VOVWORLD) -ວັນທີ 11 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສຳເລັດການຢ້ຽມຢາມສະຫະພັນລັດເຊຍ ແລະ ຮຸງກາຣີ ຢ່າງເປັນທາງການ, ແຕ່ວັນທີ 5-11 ກັນຍາ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ  Viktor Orban.

 ໃນໄລຍະຢູ່ຢ້ຽມຢາມສະຫະພັນລັດເຊຍ (ແຕ່ວັນທີ 5-8 ກັນຍາ), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຈລະຈາ ກັບ ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ພົບປະກັບທ່ານນາຍົກລັດຖະມົນຕີ Dmitry medvedev, ທ່ານປະທານສະພາຕ່ຳ ສະຫະພັນລັດເຊຍ  Vyacheslav Volodin, ທ່ານຮອງປະທານສະພາສູງ Andrey Turchak  ຜ່ານການ ພົບປະເຈລະຈາ, ທັງສອງຝ່າຍເຫັນດີຕໍ່ຄວາມມານະພະຍາຍາມສູງສຸດເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍກໍ່ເປັນເອກະພາບສົມທົບກັນ ຈັດຕັ້ງປີ ລັດເຊຍ ຢູ່ຫວຽດນາມ ແລະ ປີ ຫວຽດນາມ ຢູ່ ລັດເຊຍໃຫ້ປະສົບຜົນສຳເລັດ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນເຊັນສົນທິສັນຍາ ວ່າດ້ວຍບັນດາຫຼັກການພື້ນຖານຂອງ ການພົວພັນມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ໃນປີ 2019 ແລະ ສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ໃນປີ 2020.

ໃນໂອກາດຢ້ຽມຢາມຄັ້ງນີ້, ຫວຽດນາມ ແລະ ສະຫະພັນລັດເຊຍ ໄດ້ອອກຖະແຫຼງການຮ່ວມ ແລະ ໄດ້ລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບໃນຂົງເຂດຕ່າງໆ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສຳເລັດການຢ້ຽມຢາມສະຫະພັນລັດເຊຍ ແລະ ຮຸງກາຣີ ຢ່າງຈົບງາມ - ảnh 1ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban

        ຍິນດີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ມາຢ້ຽມຢາມ ຮຸງກາຣີ

ໃນໄລຍະຢູ່ຢ້ຽມຢາມ ຮຸງກາຣີ (ແຕ່ວັນທີ 8-11 ກັນຍາ), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ໄດ້ມີການເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban; ພົບປະກັບ ທ່ານ ປະທານາທິບໍດີ Janos Ader. ຜ່ານການພົບປະເຈລະຈາ, ສອງຝ່າຍໄດຕັດສິນໃຈຊຸກຍູ້ການຮ່ວມມືຮອບດ້ານໃນບັນດາຂົງເຂດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ,... ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການປຶກສາຫາລື ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຮ່ວມມືກັນຢ່າງມີປະສິດທິຜົນ ໃນບັນດາອົງການຈັດຕັ້ງ ແລະ ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ສະຫະປະຊາຊາດ, ເວທີປາໄສການຮ່ວມມື ອາຊີ-ເອີຣົບ (ASEM) ແລະ ການຮ່ວມມື ແມ່ຂອງ - Danube

ຕອບກັບ