ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເຂົ້າ​ຮ​່ວມກອງ​ປະ​ຊຸມ​ສຸດຍອດ EU

Chia sẻ
(VOVWORLD) -ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເຂົ້າຮ່ວມມື້ເຮັດວຽກທຳອິດຂອງກອງປະຊຸມສຸດຍອດປະຈຳໄລຍະ ຂອງ ສະຫະພາບເອີຣົບ (ອີຢູ) ເຊິ່ງດຳເນີນໃນລະຫວ່າງວັນທີ 23 – 24 ມີນາ ຢູ່ນະຄອນ Brussels, ປະເທດ ແບນຊິກ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເຂົ້າ​ຮ​່ວມກອງ​ປະ​ຊຸມ​ສຸດຍອດ EU - ảnh 1ທ່ານເລຂາທິການໃຫຍ່ ສປຊ  Antonio Guterres  ເຂົ້າຮ່ວມກອງປະຊຸມສຸດຍອດ EU (ພາບ: TTXVN)

ວັນທີ 23 ມີນາ, ຜູ້ນຳໜ້າ ສປຊ ພ້ອມກັບການນຳ 27 ປະເທດສະມາຊິກ ອີຢູ ໄດ້ຮັບປະທານອາຫານທ່ຽງ ແລະ ເຮັດວຽກນຳກັນໃນໂອກາດນີ້, ເລີ່ມຕົ້ນລາຍການຂອງກອງປະຊຸມສຸດຍອດ ອີຢູ. ສິ່ງທີ່ໜ້າສົນໃຈແມ່ນ, ບັນດາຜູ້ແທນຈະປຶກສາຫາລືກ່ຽວກັບສະພາບການຄ້ຳປະກັນສະບຽງອາຫານທົ່ວໂລກ, ໃນນັ້ນ ຂໍ້ລິເລີ່ມກ່ຽວກັບທັນຍາຫານ ທະເລດຳ ແມ່ນເນື້ອໃນຕົ້ນຕໍ.     

        ນອກຈາກນັ້ນແລ້ວ, ບັນດາການນຳອີຢູ ກໍໄດ້ປຶກສາຫາລືກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ ເຊິ່ງກ່ຽວຂ້ອງເຖິງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.


ຕອບກັບ