ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບບັນດາ ເອກອັກຄະລັດຖະທູດຍື່ນສານຕາຕັ້ງ

Chia sẻ
(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສ້າງ ເງື່ອນໄຂເພືຶ່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດເປັນຢ່າງດີ.

ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ສຳນັກງານປະທານປະເທດ, ທ່ານ Saleh Mohamed Ahmed Al Saqri, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງລາຊະອານາຈັກ ໂອມັນ; ທ່ານ  Haldun Tekneci ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດ ຕວັກກີ; ທ່ານ Yamada Takio ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫາງປະເທດ ຢີ່ປຸ່ນ, ໄດ້ຍື່ນນສານຕາຕັ້ງຕໍ່ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ, ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດຢູ່ ຫວຽດນາມ. ຫຼັງຈາກພິທີຍື່ນສານຕາຕັ້ງ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບບັນດາ ເອກອັກຄະລັດຖະທູດຍື່ນສານຕາຕັ້ງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ  ແລະ ບັນດາເອກອັກຄະລັດຖະທູດ (ພາບ:TTXVN)

ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ກັບບັນດາປະເທດເຊິ່ງບັນດາເອກອັກຄະລັດຖະທູດເປັນຜູ້ຕາງໜ້າ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເຊື່ອໝັ້ນວ່າ ໃນອາຍຸການນີ້, ດ້ວຍຈິດໃຈເຮັດວຽກຢ່າງມີຄວາມຮັບຜິດຊອບ, ເສີມຂະຫຍາຍບົດບາດແມ່ນຂົວຕໍ່ທີ່ສຳຄັນຂອງບັນດາເອກອັກຄະລັດຖະທູດ, ການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ມີບາດກ້າວພັດທະນາໃໝ່, ມີຄວາມດີງາມກ່ວາອີກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ເນັ້ນໜັກວ່າ ຫວຽດນາມ ພວມຕັ້ງໜ້າ, ຮີບດ່ວນດຳເນີນບັນດາມາດຕະການຢ່າງຂ້ຽວຂາດເພື່ອແນໃສ່ສະກັດກັ້ນ ແລະ ຈຳກັດການແຜ່ລາມຂອງໂລກລະບາດ ໂຄວິດ-19; ພ້ອມທັງຜັນຂະຫຍາຍບັນດາການເຄື່ອນໄຫວແນໃສ່ຟື້ນຟູການຜະລິດ, ພັດທະນາເສດຖະກິດ, ເອົາໃຈໃສ່ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ຫວຽດນາມຈະສືບຕໍ່ເພີ່ມທະວີການພົວພັນກັບບັນດາປະເທດໃນໂລກດ້ວຍຈິດໃຈພ້ອມແລ້ວທີ່ຈະເປັນເພື່ອນຂອງບັນດາປະເທດໃນປະຊາຄົມສາກົນທັງໝົດ.

ເມື່ອເນັ້ນໜັກເຖິງບົດບາດແມ່ນຂົວຕໍ່ທີ່ສຳຄັນຂອງບັນດາເອກອັກຄະລັດຖະທູດໃນການພົວພັນຂອງ ຫວຽດນາມ ກັບແຕ່ລະປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສ້າງ ເງື່ອນໄຂເພືຶ່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດເປັນຢ່າງດີ.

ຕອບກັບ