ຈີນ ແລະ ຮຸງ​ກາ​ຣີ ຍົກ​ລະ​ດັບ​ການ​ພົວ​ພັນ​ສອ​ງ​ຝ່າຍ

Chia sẻ
(VOVWORLD) - ວັນທີ 9 ພຶດສະພາ, ຈີນ ແລະ ຮຸງກາຣີ ໄດ້ຕັດສິນໃຈ ຍົກລະດັບການພົວພັນສອງຝ່າຍຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນທຸກສະພາບການຂອງຍຸກສະໄໝໃໝ່.
ຈີນ ແລະ ຮຸງ​ກາ​ຣີ ຍົກ​ລະ​ດັບ​ການ​ພົວ​ພັນ​ສອ​ງ​ຝ່າຍ - ảnh 1ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban (ພາບ: Reuters)

ຄຳຕັດສິນດັ່ງກ່າວ ໄດ້ປະກາດໃນການເຈລະຈາລະຫວ່າງ ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ຢູ່ນະຄອນຫຼວງ Budapest ເນື່ອງໃນໂອກາດມາຢ້ຽມຢາມ ຮຸງກາຣີ ຂອງທ່ານ ສີຈິ້ນຜິງ. ກ່າວຄຳຫັນພາຍຫຼັງການເຈລະຈາ, ທ່ານ ສີຈິ້ງຜິງ ໄດ້ຕີລາຄາການພົວພັນ ຈີນ - ຮຸງກາຣີ ພວມຢູ່ໃນໄລຍະສວຍງາມທີ່ສຸດໃນປະຫວັດສາດ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກໍ່ໄດ້ຮັກສາການພັດທະນາຢູ່ລະດັບສູງ. ດ້ວຍການເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຢ່າງ ເລິກເຊິ່ງ ແລະ ການຮ່ວມມືມີປະສິດທິຜົນ, ສອງປະເທດໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ຄວາມມານະພະຍາຍາມສ້າງການພົວພັນສາກົນແບບໃໝ່.

ຕອບກັບ