ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

Chia sẻ
(VOVWORLD) -  ຕອນບ່າຍວັນທີ 01 ຕຸລາ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງລັດຖະບານລາວ ໂດຍທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ນໍາໜ້າ ພວມຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງນາຍົກລັດຖະມົນຕີ ຫວຽດນາມ - ລາວ. ພ້ອມທັງສະເໜີ ສອງຝ່າຍ ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ເປັນເຈົ້າການ, ຕັ້ງໜ້າ ສົມທົບກັນຢ່າງແໜ້ນແຟ້ນ ຜັນຂະຫຍາຍບັນດາເນື້ອໃນເຊິ່ງສອງຝ່າຍໄດ້ຕົກລົງກັນຢ່າງມີປະສິດທິຜົນ, ແລກປ່ຽນບົດຮຽນ ກ່ຽວກັບວຽກງານກໍ່ສ້າງພັກ, ການສ້າງລະບົບການເມືອງ, ການຄຸ້ມຄອງເສດຖະກິດ-ສັງຄົມ,  ການເຊື່ອມໂຍງເຂົ້າກັບສາກົນ ແລະ ບັນດາມາດຕະການຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມໃຫຍ່ຂອງແຕ່ລະພັກ; ສຸມໃສ່ຊອກຫາບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ ເພື່ອຍົກສູງປະສິດທິຜົນການຮ່ວມມືໃນດ້ານເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທໍາ, ການສຶກສາ - ບໍາລຸງສ້າງ, ວິທະຍາສາດ - ເຕັກນິກ.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຖືວ່າ ກ່ຽວກັບສະພາບການໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງສັບສົນທີ່ສຸດ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ອັນໄດ້ສົ່ງຜົນກະທົບເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ, ດັ່ງນັ້ນ ສອງຝ່າຍຄວນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນໃນການຄົ້ນຄວ້າຄາດຄະເນສະພາບການ.

ຕອບກັບ