ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຊົມເຊີຍບັນດາຜົນງານອັນຍິ່ງໃຫຍ່, ສຳຄັນເຊິ່ງປະຊາຊົນ ກຳປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງສະພາສູງ, ສະພາແຫ່ງຊາດ ແລະ ລັດຖະບານ ກຳປູເຈຍ, ປະຊາຊົນ ກຳປູເຈຍ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສືບຕໍ່ບັນລຸໄດ້ຜົນງານໃໝ່ຫລາຍຢ່າງ, ນຳປະເທດ ກຳປູເຈຍ ນັບມື້ນັບພັດທະນາຈະເລີນຮຸ່ງເຮືອງ, ປະຊາຊົນ ກຳປູເຈຍ ນັບມື້ນັບອີ່ມໜຳສຳລານ, ຢູ່ເຢັນເປັນສຸກ.
ທີ່ການຕ້ອນຮັບ (ພາບ: TTXVN) |
ສ່ວນທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo HunSen ຢືນຢັນວ່າ: ລັດຖະບານ ກຳປູເຈຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບລັດຖະບານ ຫວຽດນາມ ເພື່ອປັບປຸງ, ເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດກ່ວາອີກ. ທ່ານນາຍົກລັດຖະມົນຕີ HunSen ກໍ່ສະແດງຄວາມພາກພູມໃຈ ກ່ຽວກັບເລື່ອງ 2 ຝ່າຍໄດ້ລົງນາມໃນເອກະສານຮ່ວມມືຫລາຍສະບັບ.