ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ພົບ​ປະກັບ​ທ່ານ​ປະ​ທານ​ສະ​ພາ​​ຕ່ຳ ຍີ່​ປຸ່ນ

Chia sẻ
(VOVWORLD) - ທ່ານປະທານສະພາຕໍ່າ ຍີ່ປຸ່ນ ແລະ ບັນດາເຈົ້າໜ້າທີ່ ຍີ່ປຸ່ນ ລ້ວນແຕ່ຢັ້ງຢືນການສະໜັບສະໜູນ ແລະ ສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ; ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມຈຳເປັນໃນການຊຸກຍູ້ການຮ່ວມມືມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນສະພາບການໃໝ່.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ພົບ​ປະກັບ​ທ່ານ​ປະ​ທານ​ສະ​ພາ​​ຕ່ຳ ຍີ່​ປຸ່ນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ  ແລະ ທ່ານ Nakaga Fukushiro ປະທານສະພາຕໍ່າ ຍີ່ປຸ່ນ 
(ພາບ: baochinhphu.vn)

ວັນທີ 22 ພຶດສະພາ, ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ ຍີ່ປຸ່ນ, ເຂົ້າຮ່ວມກອງປະຊຸມອະນາຄົດ ອາຊີ ຄັ້ງທີ 29, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Nakaga Fukushiro ປະທານສະພາຕໍ່າ ຍີ່ປຸ່ນ; ຕ້ອນຮັບທ່ານ Saito Ken ລັດຖະມົນຕີເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ, ທ່ານ Hayashi Nobumitsu ຜູ້ວ່າການທະນາຄານຮ່ວມມືສາກົນ ຍີ່ປຸ່ນ (JBIC) ແລະ ທ່ານປະທານຜູ້ບໍລິຫານງານສະພາຊຸກຍູ້ການພົວພັນຕ່າງປະເທດ ຍີ່ປຸ່ນ (FEC) Matsuzawa Ken.

          ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະແດງຄວາມປະຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາດ້ານຄຸນນະພາບຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ, ສະເໜີບັນດາຄູ່ຮ່ວມມື ຍີ່ປຸ່ນ ເອົາໃຈໃສ່ຫັນການຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຮ່ວມມືລະຫວ່າງສອງປະເທດໃຫ້ເປັນລະອຽດ ໃນຂອບເຂດການພົວພັນໃໝ່. ໃນການຕ້ອນຮັບ, ທ່ານປະທານສະພາຕໍ່າ ຍີ່ປຸ່ນ ແລະ ບັນດາເຈົ້າໜ້າທີ່ ຍີ່ປຸ່ນ ລ້ວນແຕ່ຢັ້ງຢືນການສະໜັບສະໜູນ ແລະ ສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ; ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມຈຳເປັນໃນການຊຸກຍູ້ການຮ່ວມມືມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນສະພາບການໃໝ່.

ຕອບກັບ