ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບລັດຖະມົນຕີກະຊວງພັດທະນາເສດຖະກິດ ແລະ ເຕັກໂນໂລຢີ ສະໂລເວເນຍ

Chia sẻ
(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ສະເໜີ ໃຫ້ສະໂລເວເນຍ ຊຸກຍູ້ ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກ ໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA), ສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ຕ້ອນຮັບລັດຖະມົນຕີກະຊວງພັດທະນາເສດຖະກິດ  ແລະ ເຕັກໂນໂລຢີ ສະໂລເວເນຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງພັດທະນາເສດຖະກິດ  ແລະ ເຕັກໂນໂລຢີ ສະໂລເວເນຍ  Zdravko Pocivalsek (ພາບ: baoquocte.vn)

  ຕອນບ່າຍວັນທີ 8 ພະຈິກ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງພັດທະນາເສດຖະກິດ ແລະ ເຕັກໂນໂລຢີ ສະໂລເວເນຍ Zdravko Pocivalsek ທີ່ພວມຢ້ຽມຢາມຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ສະເໜີ ໃຫ້ສະໂລເວເນຍ ຊຸກຍູ້ ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກ ໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA), ສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ ເພື່ອແນໃສ່ນໍາມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ບັນດາຝ່າຍທີ່ໄດ້ລົງນາມ, ປະກອບສ່ວນເພີ່ມທະວີການແລກປ່ຽນການຄ້າສອງຝ່າຍໃຫ້ຫຼາຍກວ່າອີກ. ທ່ານ ລັດຖະມົນຕີກະຊວງພັດທະນາເສດຖະກິດ ແລະ ເຕັກໂນໂລຢີ ສະໂລເວເນຍ Zdravko Pocivalsek ຕີລາຄາສູງບົດບາດ, ຄວາມສາມາດບົ່ມຊ້ອນຂອງຫວຽດນາມໃນພາກພື້ນ, ພ້ອມທັງເນັ້ນໜັກເຖິງຄວາມສໍາຄັນ ແລະ ສະໜັບສະໜູນການໃຫ້ສັດຕະຍາບັນສັນຍາການຄ້າສອງສະບັບດັ່ງກ່າວລະຫວ່າງ ຫວຽດນາມ - ສະຫະພາບເອີຣົບໂດຍໄວ. ເນື່ອງໃນໂອກາດນີ້, ສອງຝ່າຍເຫັນດີເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຂອງທັງສອງຝ່າຍ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ, ຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊ່ິງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.


ຕອບກັບ