ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຈີນ

Chia sẻ
(VOVWORLD) -       ວັນທີ 24 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Antony Blinken ໄດ້ເລີ່ມຕົ້ນການຢ້ຽມຢາມຈີນ ເປັນເວລາ 3 ວັນ. 
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຈີນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ່ ແລະ ທ່ານລັດຖະມົນຕີການຕ່າງປະເທດ Antony Blinken  (ພາບ: TTXVN)

ນີ້ແມ່ນການຢ້ຽມຢາມ ຈີນ ຄັ້ງທຳອິດຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ນັບແຕ່ເດືອນ ມິຖູນາ ປີ 2023.

        ໃນການຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຈະພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງຂອງຈີນ ຢູ່ ຊຽງໄຮ້ ແລະ ປັກກິ່ງ ເພື່ອແນໃສ່ປຶກສາຫາລືບາງບັນຫາສອງຝ່າຍ, ພາກພື້ນ ແລະ ທົ່ວໂລກ ລວມທັງວິກິດການຢູ່ຕາເວັນອອກກາງ ແລະ ການປະທະກັນຢູ່ ຢູແກຼນ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍຈະປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາຂອງທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢູ່ກອງປະຊຸມສຸດຍອດ ເຊິ່ງຈັດຂຶ້ນຢູ່ ອາເມລິກາ ໃນທ້າຍປີກາຍ.

ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ