ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລີມ ​ຕ້ອນ​ຮັບ​ຮອງ​ປະ​ທານຄະນະກຳມະການ​ປ້ອງ​ກັນ ​ແລະ ​​ຕ້ານ​ຢາ​ເສບ​ຕິດ​ຂອງ​ ສ.ປ.ປ ຈີນ

Chia sẻ
(VOVWORLD) -ຫວຽດນາມ ແລະ ຈີນຕ້ອງສືບຕໍ່ຊຸກຍູ້ການຮ່ວມມືນັບທັງໃນຂອບເຂດສອງຝ່າຍ ແລະພາກພື້ນເພື່ອຍົກສູງປະສິດທິຜົນການປ້ອງກັນ ແລະ ຕ້ານການເຄື່ອນໄຫວຜະລິດ, ຊື້ຂາຍ, ຂົນສົ່ງຢາເສບຕິດຂ້າມຊາດຢ່າງຜິດກົດໝາຍຢູ່ສອງປະເທດ ແລະ ພາກພື້ນອາຊຽນ.

ໃນຂອບເຂດກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຍົກສູງປະສິດທິຜົນການ ແລະ ຕ້ານອາສະຍາທານຢາເສບຕິດຂ້າມຊາດ, ຕອນເຊົ້າວັນທີ 10 ກັນຍາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານພົນເອກ ໂຕເລີມ ລັດທະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຈີນໂດຍທ່ານ  ເຈີງອ໋ວຍສູງ ຮອງປະທານຄະນະກຳມະການປ້ອງກັນ ແລະ ຕານຢາເສບຕິດຂອງ ສ.ປ.ປ ຈີນ, ນຳໜ້າ, ມາຮ່ວມກອງປະຊຸມລັດທະມົນຕີຂັ້ນລັດຖະມົນຕີ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລີມ ​ຕ້ອນ​ຮັບ​ຮອງ​ປະ​ທານຄະນະກຳມະການ​ປ້ອງ​ກັນ ​ແລະ ​​ຕ້ານ​ຢາ​ເສບ​ຕິດ​ຂອງ​ ສ.ປ.ປ ຈີນ - ảnh 1ທ່ານພົນເອກ ໂຕເລີມ ລັດທະມົນຕີກະຊວງຕຳຫຼວດຫວຽດນາມ ຕ້ອນຮັບຄະນະຜູ້ແທນຈີນໂດຍທ່ານ  ເຈີງອ໋ວຍສູງ ຮອງປະທານຄະນະກຳມະການປ້ອງກັນ ແລະ ຕານຢາເສບຕິດຂອງ ສ.ປ.ປ ຈີນ 

      ນະທີ່ນີ້, ທ່ານລັດທະມົນຕີກະຊວງຕຳຫຼວດ ໂຕເລີມ ເນັ້ນໜັ້ກວ່າ ຫວຽດນາມ ແລະ ຈີນຕ້ອງສືບຕໍ່ຊຸກຍູ້ການຮ່ວມມືນັບທັງໃນຂອບເຂດສອງຝ່າຍ ແລະພາກພື້ນເພື່ອຍົກສູງປະສິດທິຜົນການປ້ອງກັນ ແລະ ຕ້ານການເຄື່ອນໄຫວຜະລິດ, ຊື້ຂາຍ, ຂົນສົ່ງຢາເສບຕິດຂ້າມຊາດຢ່າງຜິດກົດໝາຍຢູ່ສອງປະເທດ ແລະ ພາກພື້ນອາຊຽນ. ສ່ວນທ່ານ ເຈີງອ໋ວຍສູງ ໄດ້ຕີລາຄາສູງຂໍ້ລິເລີ່ມ ແລະ ວຽກງານກະກຽມຂອງຫວຽດນາມໃນການຈັດຕັ້ງກອງປະຊຸມ ຂັ້ນລັດຖະມົນຕີ ເພື່ອຍົກສູງປະສິດທິຜົນການປ້ອງກັນ ແລະ ຕ້ານອາດຊະຍາກຳຢາເສັບຕິດຂ້າມຊາດ, ທ່ານເຊື່ອໝັ້ນກອງປະຊຸມຈະສຳເລັດຜົນ ແລະ ຕັ້ງໜ້າປະກອບສ່ວນຍົກສູງປະສິດທິຜົນການປ້ອງກັນ ແລະ ຕ້ານອາດຊະຍາກຳຢາເສບຕິດຢູ່ສອງປະເທດ ແລະ ພາກພື້ນ

ຕອບກັບ