ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ປະກາດ​ແຜນການ​ສ້າງສັນ​ຕິ​ພາບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ

Chia sẻ
(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢັ້ງຢືນແຜນການສ້າງສັນຕິພາບຢູ່ພາກພື້ນຕາເວັນອອກກາງ ຈະໄດ້ປະກາດໃນວັນທີ 28 ມັງກອນ.

ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ປະກາດ​ແຜນການ​ສ້າງສັນ​ຕິ​ພາບ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

        ວັນທີ 27 ມັງກອນ, ກ່າວຄໍາເຫັນທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢູ່ທໍານຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຢັ້ງຢືນແຜນການສ້າງສັນຕິພາບຢູ່ພາກພື້ນຕາເວັນອອກກາງ ໂດຍທ່ານເອງເປັນຜູ້ສະເໜີມານັ້ນ ແມ່ນຈະໄດ້ປະກາດໃນວັນທີ 28 ມັງກອນ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຢ່າງແຮງຈາກຝ່າຍ ປາແລັດສະຕິນ.

        ທ່ານປະທານາທິບໍດີ ອາເມລິກາ Trump ໄດ້ປະຕິເສດການເຜີຍໃຫ້ຮູ້ລາຍລະອຽດ ແຕ່ຮຽກຮ້ອງ ປາແລັດສະຕິນ ຈົ່່ງສະໜັບສະໜູນແຜນການດັ່ງກ່າວ. ໃນຂະນະນັ້ນ, ວັນທີ 27  ມັງກອນ, ເຈົ້າໜ້າທີ່ບໍ່ເຜີຍຊື່ 3 ຄົນຂອງ ປາແລັດສະຕິນ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Mahmud Abbas ໄດ້ປະຕິເສດບັນດາວິທີການສໍາຜັດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ຕາມແຫຼ່ງຂ່່າວແລ້ວ, ອໍານາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ ໄດ້ຕິດຕໍ່ພົວພັນເປັນຫຼາຍເທື່ອໃນຊຸມເດືອນມໍ່ໆມານີ້, ລວມທັງບັນດາຝ່າຍທີ 3. ເຖິງຢ່າງໃດກໍຕາມ, ທ່ານປະທານາທິບໍດີ Abbas ໄດ້ປະຕິເສດບັນດາຂໍ້ສະເໜີເຫຼົ່ານັ້ນແລ້ວ.

 ຟ້າມຮວນ - ນັກຂ່າວຂອງວິທະຍຸກະຈາຍສຽງຫວຽດນາມປະຈໍາ ອາເມລິກາ



ຕອບກັບ