ທ່ານປະທານາທິບໍດີ ອາເມລິກາ Joe Biden ວາງເງື່ອນໄຂເພື່ອເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ ໃນບັນຫາ ຢູແກຼນ

Chia sẻ
(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ຍັງບໍ່ທັນຫາວິທີເພື່ອຢຸດຕິການປະທະກັນຢູ່ ຢູແກຼນ ຢ່າງແທ້ຈິງ, ທ່ານຈະປຶກສາຫາລືກັບ ຝລັ່ງ ແລະ ບັນດາປະເທດພັນທະມິດອື່ນໃນ NATO ...
ທ່ານປະທານາທິບໍດີ ອາເມລິກາ Joe Biden ວາງເງື່ອນໄຂເພື່ອເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ ໃນບັນຫາ ຢູແກຼນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ:EPA)

ວັນທີ 01 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin  ກ່ຽວກັບເລື່ອງ ຢຸດຕິການປະທະກັນຢູ່ ຢູແກຼນ ຖ້າຫາກວ່າ ທ່ານປະທານາທິບໍດີ ລັດເຊຍ ມີຄວາມຈິງຈັງກັບການເຈລະຈາສັນຕິພາບນີ້. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຮ່ວມກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຢູ່ທຳນຽບຂ່າວ ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden  ເຜີຍໃຫ້ຮູ້ວ່າ ປັດຈຸບັນ ທ່ານຍັງບໍັ່ທັນມີແຜນການຕິດພົວພັນກັບ ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ເທື່ອ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ຍັງບໍ່ທັນຫາວິທີເພື່ອຢຸດຕິການປະທະກັນຢູ່ ຢູແກຼນ ຢ່າງແທ້ຈິງ, ທ່ານຈະປຶກສາຫາລືກັບ ຝລັ່ງ ແລະ ບັນດາປະເທດພັນທະມິດອື່ນໃນ NATO ແລ້ວຈຶ່ງເຈລະຈາກັບທ່ານປະທານາທິບໍດີ Vladimir Putin.  ນັບທັງທ່ານປະທານາທິບໍດີ Joe Biden  ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ລ້ວນແຕ່ໃຫ້ຄຳໝັ້ນສັນຍາສົມທົບກັນ ເພື່ອບັງຄັບ ລັດເຊຍ ຕ້ອງຮັບຜິດຊອບຕໍ່ວິກິດການຢູ່ ຢູແກຼນ ແລະ ຈຳກັດບໍ່ໃຫ້ການປະທະກັນເຫຼົ່ານັ້ນສົ່ງຜົນກະທົບຕໍ່ທົ່ວໂລກ.

ຕອບກັບ