ວັນທີ 14 ມີີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນ ສະຫະພາບເອີຣົບ (ອີຢູ) ວ່າ ຈະເກີດຜົນຮ້າຍດ້ານເສດຖະກິດຢ່າງຮ້າຍແຮງ ຖ້າຫາກ ບຣຸກແຊນ ບໍ່ເຂົ້າຮ່ວມການເຈລະຈາດ້ານການຄ້າກັບ ອາເມລິກາ. ຄໍາກ່າວເຕືອນດັ່ງກ່າວຖືກຍົກອອກມາ ພາຍຫຼັງ ໃນວັນດຽວກັນ ລັດຖະສະພາເອີຣົບ (EP) ໄດ້ຄັດຄ້ານກ່ຽວກັບ ເລື່ອງ ອີຢູ ກັບຄືນສູ່ການເຈລະຈາດ້ານການຄ້າກັບ ວໍຊິງຕັນ, ຕາມນັ້ນແລ້ວ ໄດ້ສົ່ງຜົນກະທົບຕໍ່ບັນດາຄວາມມານະພະຍາຍາມເພື່ອຫຼີກລ້ຽງສົງຄາມການຄ້າລະຫວ່າງສອງຝ່າຍ. ທ່ານ Donald Trump ຖືວ່າ ອີຢູ ມີການກະທໍາບໍ່ຍຸຕິທໍາສໍາລັບ ອາເມລິກາ ແລະ ວໍຊິງຕັນ ຈະໂຕ້ຕອບດ້ວຍເລື່ອງຈັດວາງອັດຕາພາສີສໍາລັບບັນດາຜະລິດຕະພັນຂອງ ອີຢູ ທີ່ນໍາເຂົ້າປະເທດ ອາເມລິກາ.
ກ່ອນໜ້ານັ້ນ, ດ້ວຍບັດຄ້ານ 223 ບັດ, ບັດສະໜັບສະໜູນ 198 ບັດ ແລະ ບັດຂາວ 37 ບັດ, EP ໄດ້ຕ້ານຄືນເລື່ອງມອບສິດໃຫ້ ອີຢູ ເລີ່ມຕົ້ນການເຈລະຈາກ່ຽວກັບດ້ານການຄ້າ ກັບ ອາເມລິກາ . ເຖິງວ່າ EP ພຽງແຕ່ສວມບົດບາດເປັນທີ່ປຶກສາ ທີ່ກ່ຽວຂ້ອງເຖິງການເຈລະຈາຂອງ ອີຢູ ເທົ່ານັ້ນ, ແຕ່ ອົງການດັ່ງກ່າວ ຈະມີສຽງເວ້ົາສຸດທ້າຍ ກໍ່ຕໍ່ເມື່ອບັນລຸໄດ້ຂໍ້ຕົກລົງ.