ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຢ້ຽມ​ຢາມ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ຢູ່​ແຂວງ ເງະ​ອານ

Le Tuyet
Chia sẻ
(VOVWORLD) - ໃນການລົງເຄື່ອນໄຫວຢູ່ແຂວງ ເງະອານ, ຕອນບ່າຍວັນທີ 8 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ມອບຂອງຂັວນໃຫ້ບັນດາຄອບຄົວທະຫານເຈັບປ່ວຍ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຢູ່ເມືອງ ແອັງເຊີນ ແຂວງ ເງະອານ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຢ້ຽມ​ຢາມ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ຢູ່​ແຂວງ ເງະ​ອານ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄປຢ້ຽມຢາມ, ມອບຂອງຂັວນໃຫ້ບັນດາຄອບຄົວທະຫານເຈັບປ່ວຍ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ (ພາບ:  VOV)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ປັດຈຸບັນ, ຫວຽດນາມ ມີຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ກວ່າ 9,2 ລ້ານຄົນ, ໃນນັ້ນ ມີນັກຮົບເສຍສະຫຼະຊີວິດເພື່ອຊາດເກືອບ 1,2 ລ້ານຄົນ. ທ່ານເນັ້ນໜັກວ່າ ການເບິ່ງແຍງໃຫ້ບັນດາຄອບຄົວທະຫານເຈັບປ່ວຍ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແມ່ນວຽກງານປະຈຳ, ສະແດງໃຫ້ເຫັນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, “ການຕອບບຸນແທນຄຸນ” ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເປັນສັກຂີພິຍານພິທີມອບເງິນຊ່ວຍເຫຼືອກໍ່ສ້າງເຮືອນຢູ່ຈຳນວນ 20 ຫຼັງໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນຢູ່ເມືອງ ແອັງເຊີນ.

              ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກໍໄດ້ໄປຖະຫວາຍທູບທຽນ, ວາງພວງມາລາ ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ສາກົນ ຫວຽດ - ລາວ.

 

ຕອບກັບ