ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ໂຄສະນາອາຊີ

Chia sẻ
vovworld)-​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ອວຍພອນ​ບັນດາ​ຜູ້​ແທນ​ມາເຂົ້າ​ຮ່ວມ​ກອງປະຊຸມ​ໃຫຍ່​ຄັ້ງ​ນີ້

ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ໂຄສະນາອາຊີ - ảnh 1
ທ່ານດິງກວາງຫງື, ປະທານສະຫະສະມາຄົມໂຄສະນາຫວຽດນາມ
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ໂຄສະນາອາຊີ
ພາບ:vtc.vn


(vovworld)-​ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ໃນຕອນ​ບ່າ​ຍວັນ​ທີ 11/11 ຢູ່​ທຳນຽບປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ອວຍພອນ​ບັນດາ​ຜູ້​ແທນ​ມາເຂົ້າ​ຮ່ວມ​ກອງປະຊຸມ​ໃຫຍ່​ຄັ້ງ​ນີ້ ​ແລະ ຖື​ວ່າ: ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ​ແຕ່ ອາຊີ ຍັງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ກຳລັງ​ຫນູນ​ຂອງ​ການ​ພັດທະນາ ​ແລະ ສັດຕະວັດ​ທີ 21 ​ແມ່ນ​ສັດຕະວັດ​ຂອງ ອາຊີ. ສະ​ນັ້ນ ການ​ມີຫນ້າ​ຈອງ​ບັນດາ​ຜູ້​ແທນ​ທີ່​ມາ​ຈາກ​ບັນດາ​ບໍລິສັດ, ສະຫະ​ສະມາຄົມ​ທີ່​ລື​ຊື່​ໃນ​ພາກ​ພື້ນ ​ແມ່ນ​ມີ​ຄວາມ​ໝາຍ ດ້ວຍ​ຄວາມ​ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ເຕີບ​ໂຕ​​ເສດຖະກິດ​ຂອງ​ພາກ​ພື້ນ​ໃຫ້​ສູງ​ກວ່າ.