ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບທ່ານເອກອັກຄະລັດຖະທູດແອັດສະປາຍສິ້ນສຸດອາຍຸການ

Chia sẻ
​​ຕອນ​ເຊົ້າ​ວັນ​ທີ 3/3, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈິ່ນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ແອັດ​ສະ​ປາຍ Alfonso Tena Garcia ເຂົ້າ​ຢ້ຽມ​ອຳ​ລາ ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດ​ນາມ
ທ່ານປະທານປະເທດເຈິ່ນດ້າຍກວາງຕ້ອນຮັບທ່ານເອກອັກຄະລັດຖະທູດແອັດສະປາຍສິ້ນສຸດອາຍຸການ - ảnh 1
ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈິ່ນ​ດ້າຍກວາງ ແລະ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ແອັດ​ສະ​ປາຍ Alfonso Tena Garcia

(vovword)- ​​ຕອນ​ເຊົ້າ​ວັນ​ທີ 3/3, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈິ່ນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ແອັດ​ສະ​ປາຍ Alfonso Tena Garcia ເຂົ້າ​ຢ້ຽມ​ອຳ​ລາ ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດ​ນາມ. ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈິ່ນ​ດ້າຍກວາງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ​ແລະ ມີແຜນ​ນະ​ໂຍບ​າຍ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ​ແອັດ​ສະ​ປາຍ, ​ເຊິ່ງ​ແມ່ນສະ​ມາ​ຊິກ​ສຳ​ຄັນ​ຂອງ​ສະ​ຫະ​ພາບ​ເອີ​ລົບ(EU). ທ່ານ​ປະ​ທານ​ປະ​ເທດ​ສະ​ເໜີ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ພົບ​ປະ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກຂັ້ນ​ ເພື່ອ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່​ຽນ ແລະ ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ. ພ້ອມ​ກັນ​ນັ້ນ ສອງ​ຝ່າຍ​ຄວນ​ສ້າງ​ໂຄງ​ການ​ດຳ​ເນີນ​ງານ ເພື່ອ​ເປັນ​​ຂອບ​ເຂດ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ໂດຍ​ໄວ, ໃນ​ນັ້ນ ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ໃນ​ຂົງ​ເຂດ​ຕ່າງໆ​ເຊິ່ງ​ແອັດ​ສະ​ປາຍ​ມີ​ທ່າ​ແຮງ ແລະ ຫວຽດ​ນາມ​​ພວມໃຫ້​ບຸ​ລິ​ມະ​ສິດ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແອັດ​ສະ​ປາຍ Alfonso Tena Garcia ເຊື່ອ​ໝັ້ນ​ວ່າ ເມື່ອ​ສັນ​ຍາ​ການ​ຄ້າ​ຫວຽດ​ນາມ-EU ມີ​ຜົນ​ສັກ​ສິດ ຈະ​ມີຫຼາຍ​ໂຄງ​ການ​ລົງ​ທຶນ​ໃໝ່​ເຂົ້າ​ຫວຽດ​ນາມ​ຕື່ມ​ອີກ ໃນ​ນັ້ນ​ມີ​ແອັດ​ສະ​ປາຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໃຫ້​ຮູ້​ວ່າ ແອັດ​ສະ​ປາຍ​ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ບັນ​ດາ​ຕຳ​ແໜ່ງ​ສຳ​ຄັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ.