ທ່ານປະ​ທານ​ປະ​ເທດຫວໍ​ວັນ​ເຖືອງ: ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ດ້ານ​ການ​ເມືອງແບບ​ພິ​ເສດອັນ​ດີ​ງາມລະ​ຫວ່າງຫວຽດ​ນາມແລະລາວ

Chia sẻ
(VOVWORLD) - ການນຳສອງທ່ານໄດ້ເຫັນດີເປັນເອກະພາບຮັກສາການຢ້ຽມຢາມ, ພົບປະຂັ້ນສູງແລະທຸກຂັ້ນ, ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງສຳຄັນລະຫວ່າງສອງພັກ, ສອງລັດຢ່າງມີປະສິດທິຜົນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແລະການຕ່າງປະເທດ.
ທ່ານປະ​ທານ​ປະ​ເທດຫວໍ​ວັນ​ເຖືອງ: ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ດ້ານ​ການ​ເມືອງແບບ​ພິ​ເສດອັນ​ດີ​ງາມລະ​ຫວ່າງຫວຽດ​ນາມແລະລາວ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ (ພາບ: TTXVN)

ຕອນເຊົ້າວັນທີ 6 ມັງກອນ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານປະທານປະເທດ ຫວໍວັນເຖືອງໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນພວມມີການຢ້ຽມຢາມຫວຽດນາມຢ່າງເປັນທາງການ. ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນ ພັກ, ລັດຫວຽດນາມຍາມໃດກໍ່ໃຫ້ບຸລິມະສິດສູງທີ່ສຸດໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານຫວຽດນາມ - ລາວ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຮັກສາການຢ້ຽມຢາມ, ພົບປະຂັ້ນສູງແລະທຸກຂັ້ນ, ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງສຳຄັນລະຫວ່າງສອງພັກ, ສອງລັດຢ່າງມີປະສິດທິຜົນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແລະການຕ່າງປະເທດ; ສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການສຶກສາໂຄສະນາ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໄວໜຸ່ມກ່ຽວກັບມູນເຊື້ອປະຫວັດສາດຢ່າງສະໜິດຕິດພັນ, ບໍລິສຸດຜຸດຜ່ອງແລະຜົນງານຂອງການພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ.

ທ່ານປະທານປະເທດຫວໍວັນເຖືອງ ເນັ້ນໜັກວ່າ ສອງຝ່າຍຄວນສືບຕໍ່ເສີມຂະຫຍາຍການພົວພັນດ້ານການເມືອງແບບພິເສດອັນດີງາມ, ສົມທົບກັນຜັນຂະຫຍາຍບັນດາແຜນການ, ໂຄງການຮ່ວມມືຢ່າງມີປະສິດທິຜົນ, ສະເໜີຝ່າຍລາວສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມອາໄສຢູ່ ລາວ ມີການດຳລົງຊີວິດເປັນປົກກະຕິແລະພັດທະນາ.

ຕອບກັບ