ທ່ານປະທານປະເທດ Truong Tan Sang ຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ອົດສະຕາລີ

Chia sẻ
ທ່ານ​ປະທານ​ປະ​ເທດ​ໄດ້​ຢືນຢັນ​ວ່າ ຫວຽດນາມ ​ແລະ ອົດ​ສະຕາ​ລີ ​ໄດ້​ລົງ​ນາມ​ໃນ​ບັນດາ​​ສັນຍາຮ່ວມ​ມື ​ສະ​ແດງ​​ໃຫ້​ເຫັນຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈລະຫວ່າງ​ສອງ​ປະ​ເທດ​ ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ​ໃນ​ທຸກໆ​ຂົງ​ເຂດ
ທ່ານປະທານປະເທດ Truong Tan Sang ຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ອົດສະຕາລີ - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang ​​​ຕ້ອນຮັບ
​ທ່ານ​​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ອົດ​ສະຕາ​ລີ Bob Carr
( ພາບ: vietnamplus.vn )


( vovworld ) – ຕອນບ່າຍ​ວັນ​ທີ 28/3, ຢູ່​ສຳນັກງານ​ປະທານປະ​ເທດ, ທ່ານ​ປະທານ​ປະ​ເທດ Truong Tan Sang ​​ໄດ້ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ອົດ​ສະຕາ​ລີ Bob Carr ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ໄດ້​ຢືນຢັນ​ວ່າ ຫວຽດນາມ ​ແລະ ອົດສະ​ຕາ​ລີ ​ໄດ້​ລົງ​ນາມ​ໃນ​ບັນດາ​​ສັນຍາຮ່ວມ​ມື ​ສະ​ແດງ​​ໃຫ້​ເຫັນຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈລະຫວ່າງ​ສອງ​ປະ​ເທດ​ ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ​ໃນ​ທຸກໆ​ຂົງ​ເຂດ​ການ​ເມືອງ, ການ​ຄ້າ ​ແລະ ການ​ຕ່າງປະ​ເທດ. ທ່ານ​ປະທານ​ປະ​ເທດປາ​ຖະໜາ​ວ່າ ສອງ​ຝ່າຍ​ສືບ​ຕໍ່ໜູນ​ຊ່ວຍ​​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ປະທານ​ປະ​ເທດໄດ້​ສະ​ເໜີ​​ໃຫ້ສອງ​ຝ່າຍ​ຄວນ​ຄົ້ນ​ຄວ້າ​ການລົງ​ນາມ​ໃນ​ສັນຍາໜູນ​ຊ່ວຍ​ດ້ານ​ຍຸດຕິ​ທຳ. ບົນ​ພື້ນຖານ​ຂໍ້ຕົກລົງ FTA ​ລະຫວ່າງ​ອົດ​ສະຕາ​ລີ, ນິວຊີ​ແລນ ​ແລະ ອາ​ຊຽນ, ອົດສະຕາ​ລີ ຈະ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ຫວຽດນາມ​ ຫຼາຍກວ່າ​ອີກ.

        ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Bob Carr ​ໄດ້​ຢືນຢັນ​ວ່າ, ອົດສະຕາ​ລີ ຈະ​ແບ່ງປັນບັນດາ​ບົດຮຽນ​ໃນ​ການ​ສົມທົບ​ກັນ​ປະຕິບັດ​ບັນດາ​ໂຄງການ​ຂອງ​ລັດ ​ແລະ ເອກະ​ຊົນ PPP ​ກັບ​ຫວຽດນາມ. ປີ 2013 ຈະ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ດ້ານ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ລັດຖະມົນຕີ Bob Carr ກໍ​ປາຖະໜາ​ວ່າ ທ່ານ​ປະທານ​ປະ​ເທດ Truong Tan Sang ຈະມາ​ຢ້ຽມຢາມ ອົດສະຕາ​ລີ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.