ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2018 ຂອງກະຊວງແຜນການ ແລະ ການລົງທຶນ

Chia sẻ
(VOVWORLD) - ກ່ຽວກັບໜ້າທີ່ປີ 2018, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງກະຊວງເຮັດແຈ້ງບົດບາດຂອງແຜນການ ແລະ ຕ້ານການເກື້ອກຸນ, ຂໍ - ໃຫ້; ວຽກງານແຜນການ ແລະ ຫັນເປັນສັງຄົມແຫຼ່ງກຳລັງ; ຕະຫຼາດ ແລະ ກຳນົດທິດໃນການຊີ້ນຳປະຕິບັດແຜນການ...
ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2018 ຂອງກະຊວງແຜນການ ແລະ ການລົງທຶນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 15 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018 ຂອງກະຊວງແຜນການ ແລະ ການລົງທຶນ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບົດບາດຂອງກະຊວງແຜນການ ແລະ ການລົງທຶນ ເຊິ່ງໄດ້ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ເສດຖະກິດສັງຄົມໃນປີຜ່ານມາ. ໃນນັ້ນ, ກະຊວງໄດ້ພ້ອມກັບກະຊວງຕ່າງໆ ເຮັດວຽກງານເປັນເສນາທິການໃຫ້ລັດຖະບານກ່ຽວກັບກົນໄກນະໂຍບາຍ, ມາດຕະການແກ້ໄຂເປັນຢ່າງດີ, ໂດຍສະເພາະແມ່ນເສດຖະກິດມະຫາພາກ, ເປັນເສນາທິການໃຫ້ລັດຖະບານເອົາໃຈໃສ່ເປັນພິເສດເຖິງຄຸນນະພາບການເຕີບໂຕດ້ວຍຈຳນວນເຕີບໂຕ.

        ກ່ຽວກັບໜ້າທີ່ປີ 2018, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງກະຊວງເຮັດແຈ້ງບົດບາດຂອງແຜນການ ແລະ ຕ້ານການເກື້ອກຸນ, ຂໍ - ໃຫ້; ວຽກງານແຜນການ ແລະ ຫັນເປັນສັງຄົມແຫຼ່ງກຳລັງ; ຕະຫຼາດ ແລະ ກຳນົດທິດໃນການຊີ້ນຳປະຕິບັດແຜນການ, ໂດຍສະເພາະແມ່ນການແບ່ງແຫຼ່ງກຳລັງ. ເພື່ອນຳປະເທດພັດທະນາກາຍເປັນ “ໂຕເສືອເສດຖະກິດ“,ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງວ່າໃນຕໍ່ໜ້າກະຊວງ ແລະ ບັນດາແຂວງຄວນໝູນໃຊ້ກົດໝາຍວ່າດ້ວຍການວາງແຜນຜັງ, ກົດໝາຍວ່າດ້ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ປັບປຸງເພີ່ມເຕີມກົດໝາຍວ່າດ້ວຍວິສາຫະກິດ.

“ກະຊວງຕ້ອງເປັນກົງຈັກທີ່ທັນສະໄໝ, ເປັນເສນາທິການຢ່າງສະຫຼາດສ່ອງໄສໃຫ້ແກ່ລັດຖະບານ ແລະ ນາຍົກລັດຖະມົນຕີ. ໃນນັ້ນມີບາງວຽກງານ, ກົນໄກບໍລິຫານມະຫາພາກໄດ້ເຊື່ອມຕໍ່ບັນດາຂົງເຂດ, ການລົງທຶນ, ການຄ້າ, ການເງິນ… ທີ່ສອງແມ່ນສືບຕໍ່ປັບປຸງລະບອບຕະຫຼາດກຳນົດທິດສັງຄົມນິຍົມ ເພື່ອປັບປຸງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໃຫ້ສົມບູນແບບ. ດັ່ງນັ້ນ, ຕ້ອງສະເໜີເພື່ອປ່ຽນໃໝ່ຮູບແບບການເຕີບໂຕເປັນປະຈຳ. ທີສາມແມ່ນສ້າງບັນດາຮ່າງກົດຫມາຍໄດ້ຮັບມອບໝາຍຢ່າງຮີບດ່ວນ, ໂດຍແມ່ນອົງການເປັນເຈົ້າການໃນການຮຽບຮຽງ, ຄືກົດໝາຍວ່າດ້ວຍການລົງທຶນ, ດຳເນີນທຸລະກິດ, ທີ່ດິນ, ສິ່ງແວດລ້ອມ, ປະຕິບັດກົດໝາຍວ່າດ້ວຍການວາງແຜນຜັງ… ໜ້າທີ່ສຳຄັນຂອງກະຊວງແມ່ນກົດໝາຍ”

ຕອບກັບ