ທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan (ພາບ: baoquocte.vn) |
ການມາຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan ໃນຄັ້ງນີ້ ແມ່ນເພື່ອແນໃສ່ສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງຫວຽດນາມ-ອາກເມນີ, ແລກປ່ຽນການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງບົ່ມຊ້ອນຄື: ດ້ານການຄ້າ, ການລົງທຶນ, ການສຶກສາ, ການບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ; ແລກປ່ຽນບາງບັນຫາສາກົນ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.