ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງ ແລະພັດທະນາ ທະນາຄານ Vietinbank

Chia sẻ
(VOVWORLD) -Vietinbank ໄດ້ຢັ້ງຢືນທີ່ຕັ້ງຂອງທະນາຄານນໍາໜ້າຂອງຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງ ແລະພັດທະນາ ທະນາຄານ Vietinbank - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ພ້ອມດ້ວຍການນໍາ ແລະພະນັກງານທະນາຄານ Vietinbank ຖ່າຍຮູບເປັນທີ່ລະນຶກ (ພາບ:TTXVN)

ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງ - ພັດທະນາທະນາຄານ Vietinbank. ກ່າວຄໍາເຫັນທີ່ພິທີ, ທ່ານຫງວຽນຊວນຟຸກ ເນັ້ນໜັກວ່າ Vietinbank ໄດ້ຢັ້ງຢືນທີ່ຕັ້ງຂອງທະນາຄານນໍາໜ້າຂອງຫວຽດນາມ; ເຊິ່ງເປັນທະນາຄານການຄ້າແຫ່ງໜຶ່ງທີ່ມີບໍລິການຫຼາຍຮູບຫຼາຍແບບ, ເໝາະສົມກັບການເຄື່ອນໄຫວລວມຕ່າງໆ ຂອງທະນາຄານໃນໂລກ ແລະ ໄດ້ສ້າງຂີດໝາຍຢ່າງເລິກເຊິ່ງໃນທຸກຂົງເຂດຂອງພື້ນຖານເສດຖະກິດຂອງປະເທດຊາດ. ເພື່ອເປັນການຮັບຮູ້ບັນດາຜົນງານທີ່ ທະນາຄານ Vietinbank ບັນລຸໄດ້ນັ້ນ, ທ່ານ ຫງວຽນຊວນຟຸກ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 1 ແລະ ທຸງແຂ່ງຂັນຂອງລັດຖະບານໃຫ້ແກ່ການນໍາ ແລະ ພະນັກງານຂອງທະນາຄານ Vietinbank.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ໃນໄລຍະຈະມາເຖິງ, ທະນາຄານ Vietinbank ຄວນມານະພະຍາຍາມ ເພື່ອປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ ນໍາພື້ນຖານເສດຖະກິດຫວຽດນາມ ບັນລຸໄດ້ກວ່າ 2.500 ຕື້ USD  ດ້ວຍລາຍຮັບສະເລ່ຍຕໍ່ຫົວຄົນກວ່າ 18.000 USD ໃນປີ 2045 ເຊິ່ງເປັນຈຸດເວລາທີ່ຫວຽດນາມສະເຫຼີມສະຫຼອງວັນຊາດຄົບຮອບ 100 ປີ. ທ່ານກ່າວວ່າ:

        “ດັ່ງທີ່ພວກເຮົາໄດ້ຮູ້ນໍາກັນແລ້ວວ່າ ການປະຕິບັດອຸດສາຫະກໍາ 4.0 ຈະເຮັດໃຫ້ບັນດາແງ່ມູມໃນການເຄື່ອນໄຫວຂອງທະນາຄານມີການປ່ຽນແປງ ດ້ວຍບັນດາເຕັກໂນໂລຢີໃໝ່, ອັນໄດ້ເຮັດໃຫ້ຮູບແບບການບໍລິຫານ ແລະ ການບໍລິການຂອງທະນາຄານ ມີການປ່ຽນແປງໂດຍພື້ນຖານ. ຖ້າຫາກພວກເຮົາບໍ່ອັບເດດ, ພວກເຮົາຈະຖືກປະໄວ້ຢູ່ທາງຫຼັງໃນການຊ່ວງເສັງຂອງບັນດາທະນາຄານຢູ່ໃນພາກພື້ນ ແລະ ໃນໂລກ”.

        ໃນໄລຍະຍາວ, ທ່ານນາຍົກລັດຖະມົນຕີ ໄດ້ວາງເປົ້າໝາຍໃຫ້ແກ່ ທະນາຄານ Vietinbank ກາຍເປັນກຸ່ມບໍລິສັດການເງິນ ທີ່ມີຂອບຂະໜາດໃຫຍ່ ແລະ ມີປະສິດທິພາບເຄື່ອນໄຫວດີທີ່ສຸດໃນລະບົບທະນາຄານຂອງຫວຽດນາມໃນປີ 2020.

ຕອບກັບ