ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິຫານ IFC, ສະມາຊິກທະນາຄານໂລກ

Chia sẻ
(VOVWORLD) - ກຳລັງຄວາມສາມາດບົ່ມຊ້ອນດ້ານເສດຖະກິດເອກະຊົນຂອງ ຫວຽດນາມ ຍັງໃຫຍ່ຫລວງຢູ່ ແລະ ພວມພັດທະນາຢ່າງແຮງ, ມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ. 

ທີ່ການຕ້ອນຮັບທ່ານ Philippe Le Houerou ຜູ້ອຳນວຍການໃຫຍ່ບໍລິຫານ IFC, ສະມາຊິກທະນາຄານໂລກ (WB) ໃນຕອນບ່າຍວັນທີ 18 ສິງຫາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບ IFC ພັດທະນາຢ່າງດີງາມທີ່ສຸດ, ບໍ່ພຽງແຕ່ອຸປະຖຳດ້ານເງິນທຶນເທົ່ານັ້ນ ຫາກ ຫວຽດນາມ ຍາມໃດກໍ່ຍັງຮັບຟັງບັນດາຄຳຄິດເຫັນໃນການໃຫ້ຄຳປຶກສາກ່ຽວກັບນະໂຍບາຍມະຫາພາກ, ການເງິນຂອງ IFC. ການຮ່ວມມືຂອງ IFC ໄດ້ຊ່ວຍ ຫວຽດນາມ ຍົກສູງຄວາມສາມາດໃນການບໍລິຫານມະຫາພາກ, ກຳລັງຄວາມສາມາດບໍລິຫານ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິຫານ IFC, ສະມາຊິກທະນາຄານໂລກ - ảnh 1 ທີ່ການຕ້ອນຮັບທ່ານ Philippe Le Houerou (ພາບ: VGP)

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ ກຳລັງຄວາມສາມາດບົ່ມຊ້ອນດ້ານເສດຖະກິດເອກະຊົນຂອງ ຫວຽດນາມ ຍັງໃຫຍ່ຫລວງຢູ່ ແລະ ພວມພັດທະນາຢ່າງແຮງ, ມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ. ດັ່ງນັ້ນ, ຖ້າຫາກທະນາຄານໂລກ ແລະ ອົງການຈັດຕັ້ງການເງິນສາກົນ ສືບຕໍ່ໜູນຊ່ວຍ, ຮ່ວມມືກັບ ຫວຽດນາມ ກຸ່ມເສດຖະກິດເອກະຊົນ, ວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ ຈະພັດທະນາຢ່າງແຮງກ່ວານີ້ອີກ.

        ສ່ວນທ່ານ Philippe Le Houerou ຜູ້ອຳນວຍການໃຫຍ່ບໍລິຫານ IFC ໄດ້ຕີລາຄາສູງວ່າ ຫວຽດນາມ ມີເສດຖະກິດມະຫາພາກເປັນປົກກະຕິ ແລະ ໄດ້ສະແດງຄວາມປະທັບໃຈຕໍ່ຜົນສຳເລັດຂອງ ຫວຽດນາມ ໃນການພັດທະນາເສດຖະກິດ. ດ້ວຍທ່າແຮງຂອງຕົນ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງ ໃນການພັດທະນາພະລັງງານຜະລິດຄືນໃໝ່.

ຕອບກັບ