ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອນ​ໄຊ ສີ​ພັນ​ດອນ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ​ ແນວ​ໂຮມ​ປະ​ເທ​ດ​ຊາດ ຫວຽດ​ນາມ ແລະ ແນວ​ລາວ​ສ້າງ​ຊາດ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ລາວ, ສອນໄຊ ສີພັນດອນ ໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືລະຫວ່າງແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດ ໃນໄລຍະຜ່ານມາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອນ​ໄຊ ສີ​ພັນ​ດອນ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ​ ແນວ​ໂຮມ​ປະ​ເທ​ດ​ຊາດ ຫວຽດ​ນາມ ແລະ ແນວ​ລາວ​ສ້າງ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໃຫ້ການຕ້ອນຮັບ ທ່ານໂດວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (ພາບ: TTXVN)

ຕອນເຊົ້າວັນທີ 10 ເມສາ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໂດຍທ່ານປະທານ ໂດວັນຈຽນເປັນຫົວໜ້າຄະນະ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ລາວ, ສອນໄຊ ສີພັນດອນ ໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືລະຫວ່າງແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດ ໃນໄລຍະຜ່ານມາ, ກໍ່ຄືຜົນສຳເລັດອັນດີງາມຂອງກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 5 ທີ່ໄດ້ດຳເນີນໃນວັນທີ 9 ເມສາຢູ່ ນະຄອນຫຼວງ ວຽນຈັນ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມຈຳເປັນຂອງການໂຄສະນາເຜີຍແຜ່ເພື່ອໃຫ້ ປະຊາຊົນສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ເຂົ້າໃຈແຈ້ງກ່ວາກ່ຽວກັບສາຍພົວພັນແບບພິເສດລະຫວ່າງສາມປະເທດ ອິນດູຈີນ, ທ່ານຢັ້ງຢືນວ່າ ສິ່ງນີ້ຈະປະກອບສ່ວນເຮັດໃຫ້ການພົວພັນສາມັກຄີ, ມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ