ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

Chia sẻ
(VOVWORLD) - ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຈະເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະ ພົບປະສົນທະນາ ກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາຍົກລັດຖະມົນຕີ ສປປ.ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ  (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ສປປ.ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ໄດ້ມາຮອດຮ່າໂນ້ຍ ໃນຕອນເຊົ້າວັນທີ 6 ມັງກອນ,  ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ສົມທົບກັນ ເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ທີ່ໄດ້ດຳເນີນໃນວັນທີ 6 – 7 ມັງກອນ. ນີ້ແມ່ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໃນຖານະຕຳແໜ່ງໃໝ່.

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຈະເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະ ພົບປະສົນທະນາ ກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ນາຍົກລັດຖະມົນຕີສອງທ່ານຈະເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍ່ມີການພົບປະຕ່າງໆກັບບັນດາການນຳ ຫວຽດນາມ ກໍ່ຄືການເຄື່ອນໄຫວອື່ນໆຢູ່ ຮ່າໂນ້ຍ.

ຕອບກັບ