ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງຄວາມໄວສູງດ່ານຊາຍແດນ ຮຶວງີ້ - ຈີລັງ

Chia sẻ
(VOVWORLD) -ໂຄງການເສັ້ນທາງຄວາມໄວສູງດ່ານຊາຍແດນ ຮຶວງີ້ - ຈີລັງ ໄດ້ຮັບການລົງທຶນຕາມຮູບແບບ BOT, ມີລວງຍາວເກືອບ 60 ກມ ດ້ວຍຍອດເງິນລົງທຶນແມ່ນກວ່າ 11.000 ຕື້ດົ່ງ (ປະມານ 430 ລ້ານ USD). ຄາດວ່າ, ຈະກໍ່ສ້າງສຳເລັດໃນປີ 2026.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງຄວາມໄວສູງດ່ານຊາຍແດນ ຮຶວງີ້ - ຈີລັງ - ảnh 1(ພິທີເລີ່ມລົງມືກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງີ້ - ຈີລັງ)

        ໃນລາຍການໄປປະຕິບັດງານຢູ່ແຂວງ ລ້າງເຊີນ, ຕອນເຊົ້າວັນທີ 21 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ໄດ້ເຂົ້າຮ່ວມ, ອອກຄຳສັ່ງເລີ່ມລົງມືກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງີ້ - ຈີລັງ, ແຂວງ ລ້າງເຊີນ - ໂຄງການສຸດທ້າຍຂຶ້ນກັບເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ຕອນແຕ່ ລ້າງເຊີນ ໄປຮອດ ກາເມົາ.

        ໂຄງການເສັ້ນທາງຄວາມໄວສູງດ່ານຊາຍແດນ ຮຶວງີ້ - ຈີລັງ ໄດ້ຮັບການລົງທຶນຕາມຮູບແບບ BOT, ມີລວງຍາວເກືອບ 60 ກມ ດ້ວຍຍອດເງິນລົງທຶນແມ່ນກວ່າ 11.000 ຕື້ດົ່ງ (ປະມານ 430 ລ້ານ USD). ຄາດວ່າ, ຈະກໍ່ສ້າງສຳເລັດໃນປີ 2026.

ທີ່ເຫດການ, ທ່ານາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ, ໂຄງການດັ່ງກ່າວໄດ້ເປີດການພັດທະນາໃໝ່, ເຊື່ອມຕໍ່ຄົມມະນາຄົມ, ເຊື່ອມຕໍ່ເສດຖະກິດລະຫວ່າງເຂດພູດອຍ ທາງພາກເໜືອ ກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ; ເຊື່ອມຕໍ່ 2 ແລວເສດຖະກິດ: ໜານໜິງ - ລ້າງເຊີນ - ຮ່າໂນ້ຍ - ຫາຍຟ່ອງ ແລະ ລ້າງເຊີນ - ຮ່າໂນ້ຍ - ໂຮ່ຈີມິນ - ໂມກບ່າຍ; ແມ່ນປະຕູສຳຄັນເພື່ອເຊື່ອມຕໍ່ບັນດາປະເທດ ອາຊຽນ ກັບ ຈີນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງຄວາມໄວສູງດ່ານຊາຍແດນ ຮຶວງີ້ - ຈີລັງ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສຳຫຼວດໂຄງການພັດທະນາເສດຖະກິດ - ສັງຄົມຈຳນວນໜຶ່ງຂອງແຂວງ ລ້າງເຊີນ)

        ແລະກໍ່ໃນຕອນເຊົ້າວັນດຽວກັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມດ່ານຊາຍແດນສາກົນ ຮຶງງີ້, ໄປສຳຫຼວດໂຄງການພັດທະນາເສດຖະກິດ - ສັງຄົມຈຳນວນໜຶ່ງຂອງແຂວງ ລ້າງເຊີນ.

ຕອບກັບ