ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ໃຫ້ບຸ​ລິ​ມະ​ສິດ​ສູງ​ສຸດ ​ແກ່​ສາຍ​ພົວ​ພັນ​ແບບພິ​ເສດ​ຫວຽດ​ນາມ - ລາວ

Chia sẻ
(VOVWORLD) -  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດ ແກ່ສາຍພົວພັນແບບພິເສດຫວຽດນາມ - ລາວ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ໃຫ້ບຸ​ລິ​ມະ​ສິດ​ສູງ​ສຸດ ​ແກ່​ສາຍ​ພົວ​ພັນ​ແບບພິ​ເສດ​ຫວຽດ​ນາມ - ລາວ - ảnh 1ການພົບປະເຈລະຈາ ລະຫວ່າງສອງຝ່າຍ (ພາບ: VGP)

ຕອນເຊົ້າວັນທີ 6 ມັງກອນ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ.ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 46 ແຕ່ວັນທີ 6-7 ມັງກອນ.

ທີ່ການພົບປະສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດ ແກ່ສາຍພົວພັນແບບພິເສດຫວຽດນາມ - ລາວ. ນາຍົກລັດຖະມົນຕີ ທັງ 2 ທ່ານເຫັນດີເປັນເອກະພາບ ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົວພັນຂັ້ນສູງ; ສືບຕໍ່ສຸມໃສ່ປະຕິບັດບັນດາຂໍ້ຕົກລົງ, ສັນຍາຮ່ວມມືຢ່າງມີປະສິດທິຜົນ… ລະຫວ່າງການນຳຂັ້ນສູງຂອງພັກ, ສອງປະເທດ ຫວຽດນາມ - ລາວ; ຍົກສູງປະສິດທິຜົນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ, ຕ້ານອາດຊະຍາກຳຂ້າມຊາດ; ສືບຕໍ່ປະສານສົມທົບ ແລະ ໜູນຊ່ວຍວຽກງານຄົ້ນຫາ, ເກັບກູ້ ແລະ ສົ່ງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ລາວກັບເມືອປະເທດ.

ພາຍຫຼັງການພົບປະສົນທະນາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 4 ສະບັບ, ໃນນັ້ນມີ: ອະນຸສັນຍາການຮ່ວມມືປ້ອງກັນຊາຍແດນລະຫວ່າງ 2 ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ; ບົດບັນທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມືລະຫວ່າງ 2 ຫ້ອງວ່າການລັດຖະບານ ຫວຽດນາມ - ລາວ; ບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ການເຊື່ອມຕໍ່ພື້ນຖານໂຄງລ່າງທາງການຄ້າເຂດຊາຍແດນລະຫວ່າງສອງ ລັດຖະບານຫວຽດນາມ - ລາວ; ແລະ ແຜນການຮ່ວມມືປີ 2024 ລະຫວ່າງກະຊວງສຶກສາບຳລຸງສ້າງຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວ.

ຕອບກັບ