ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖ່າຍຮູບເປັນທີ່ລະນຶກກັບພາລະກອນ ແລະ ພະນັກງານສະຖານທູດ (ພາບ: VOV) |
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫວູໂຮ່ ໃຫ້ຮູ້ວ່າ ປັດຈຸບັນ ມີຊາວເຊື້ອຊາດ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ 280.000 ຄົນ. ປະຊາຄົມ ຊາວ ຫວຽດນາມ ມີຄວາມສົນໃຈເປັນພິເສດ ແລະ ຍາມໃດກໍປາດຖະໜາຢາກປະກອບສ່ວນໃຫ້ແກ່ການພັດທະນາປະເທດຊາດ. ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ ມີຄວາມສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຊື່ອມຕົວເຂົ້າກັບຊີວິດສັງຄົມຂອງປະເທດປະຈຳຖິ່ນ, ຕັ້ງໜ້າປະກອບສ່ວນເຂົ້າໃນການໂຄສະນາເຜີຍແຜ່ພາບພົດ, ວັດທະນະທຳ ຫວຽດນາມ ປະຈຳ ຢູ່ ສ.ເກົາຫຼີ.
ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍກຳນົດ ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກປະຊາຄົມບັນດາເຜົ່າຂອງ ຫວຽດນາມ ໄດ້. ຕາມທ່ານນາຍົກລັດຖະມົນຕີແລ້ວ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ທີ່ປະສົບຜົນສຳເລັດຢູ່ຕ່າງປະເທດ, ປະກອບສ່ວນໃຫ້ແກ່ປະເທດຊາດ ແລະ ການພົວພັນສອງຝ່າຍ, ນັ້ນແມ່ນຜົນສຳເລັດຂອງປະເທດຊາດ, ຂອງພັກ ແລະ ລັດ.
ຫວູຄວຽນ