ທ່ານນ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ການ​ລະ​ດົມ​ກຳ​ລັງ​ທັງ​ໝົ​ົດ​ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ຍູ້​ໂລກ​ລະ​ບາດ​ໃຫ້​ຖອຍ​ໄປ

Chia sẻ
(VOVWORLD) - ທີ່ການປະຊຸມ, ລັດຖະບານ ແລະ ການນຳນະຄອນໂຮ່ຈີມິນ ໄດ້ເປັນເອກະພາບກັນ ຕ້ອງປະຕິບັດການແຍກຫ່າງຢ່າງເຂັ້ມງວດ ເພື່ອສະກັດກັ້ນແຫຼ່ງແຜ່ລະບາດ, ຫລຸດຜ່ອນບັນດາກໍລະນີ FO ແລະ ຈຳນວນຜູ້ເສຍຊີວິດໃນລະດັບຕ່ຳສຸດ.
ທ່ານນ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ການ​ລະ​ດົມ​ກຳ​ລັງ​ທັງ​ໝົ​ົດ​ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ຍູ້​ໂລກ​ລະ​ບາດ​ໃຫ້​ຖອຍ​ໄປ - ảnh 1

    ຕອນຄ່ຳວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ໄດ້ເປັນປະທານການປະຊຸມທາງອອນລາຍ ຂອງຄະນະປະຈຳລັດຖະບານ ກັບນະຄອນໂຮ່ຈີມິນ ແລະ ບັນດາແຂວງ ບິງເຢືອງ, ດົ່ງນາຍ, ລອງອານ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19.

   ທີ່ການປະຊຸມ, ລັດຖະບານ ແລະ ການນຳນະຄອນໂຮ່ຈີມິນ ໄດ້ເປັນເອກະພາບກັນ ຕ້ອງປະຕິບັດການແຍກຫ່າງຢ່າງເຂັ້ມງວດ ເພື່ອສະກັດກັ້ນແຫຼ່ງແຜ່ລະບາດ, ຫລຸດຜ່ອນບັນດາກໍລະນີ FO ແລະ ຈຳນວນຜູ້ເສຍຊີວິດໃນລະດັບຕ່ຳສຸດ. ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຮຽກຮ້ອງວ່າ:

   ຫລຸດຜ່ອນຈຳນວນຜູ້ເສຍຊີວິດ ແມ່ນສິ່ງຕ້ອງເອົາໃຈໃສ່ບຸລິມະສິດ, ສະເໜີໃຫ້ ການນຳນະຄອນໂຮ່ຈີມິນ ພ້ອມກັບກະຊວງສາທາລະນະສຸກ, ກຳລັງທະຫານ, ຕຳຫຼວດ ເພື່ອກວດເບິ່ງບ່ອນໃດຂາດສຸກສາລາ, ບໍ່ມີ ໂອຊີ, ບໍ່ມີເຄື່ອງຊ່ວຍຫາຍໃຈ…ຖ້າຄົນເຈັບໄດ້ສຳຜັດນັບແຕ່ເບື້ອງຕົ້ນ, ໄດ້ຄົ້ນພົບໃນທັນທີ ຈະຫລຸດຜ່ອນຈຳນວນຜູ້ເສຍຊີວິດໄດ້.

 ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ໄດ້ເນັ້ນໜັກເຖິງບັນດາຫຼັກມູນອັນເປັນພື້ນຖານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ແລະ ຮຽກຮ້ອງວ່າ ຕ້ອງຈັດການວິໄຈຫາເຊື້ອໂດຍດ່ວນ ຕາມການແນະນຳຂອງກະຊວງສາທາລະນະສຸກ, ດ້ວຍບັນດາຮູບການທີ່ເໝາະສົມ, ນັບທັງຕ້ອງໄປວິໄຈຢູ່ກັບບ້ານ, ແຍກ F0 ອອກຊຸມຊົນ.

 

 

ຕອບກັບ