ທ່ານ ຫງວຽນຝູຈ້ອງ ໄດ້ຮັບ​ການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII

Chia sẻ
(VOVWORLD) - ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດວາລະປະຊຸມຄັ້ງທຳອິດເພື່ອເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາ, ຄະນະກຳມະການກວດກາສູນກາງພັກ, ຫົວຫນ້າຄະນະກຳມະການກວດກາສູນກາງພັກ. 
ທ່ານ ຫງວຽນຝູຈ້ອງ ໄດ້ຮັບ​ການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII - ảnh 1ທ່ານ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII (ພາບ: TTXVN)

  ຕອນເຊົ້າວັນທີ 31 ມັງກອນ ກອງປະຊຸມຄັ້ງປະຖົມມະເລິກ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດວາລະປະຊຸມຄັ້ງທຳອິດເພື່ອເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາ, ຄະນະກຳມະການກວດກາສູນກາງພັກ, ຫົວຫນ້າຄະນະກຳມະການກວດກາສູນກາງພັກ. ວາລະປະຊຸມດຳເນີນພາຍຫລັງ 1 ວັນ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເລືອກຕັ້ງ ບັນຊີລາຍຊື່ ກຳມະການຄະນະບໍລິຫານງານສູນກາງພັກຊຸດໃຫມ່ 200 ສະຫາຍ. ທີ່ວາລະປະຊຸມນີ້ ທ່ານ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII.

ຕອບກັບ