ທ່ານ ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີ​ມ​ເງິນ ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ສາ​ທາ​ລະ​ນະ​ລັດ ຕາ​ຕາ​ສະ​ຖານ ແລະ ມົດ​ສະ​ກູ

Chia sẻ
(VOVWORLD) -ວັນທີ 09 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ RustamMinnikhanovປະທານາທິບໍດີສາທາລະນະລັດຕາຕາສະຖານ (ຂຶ້ນກັບສະຫະພັນລັດເຊຍ). 
ທ່ານ ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີ​ມ​ເງິນ ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ສາ​ທາ​ລະ​ນະ​ລັດ ຕາ​ຕາ​ສະ​ຖານ ແລະ ມົດ​ສະ​ກູ - ảnh 1 ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ Rustam Minnikhanov ປະທານາທິບໍດີສາທາລະນະລັດຕາຕາສະຖານ (ພາບ: TTXVN)

        ທີ່ການພົບປະເຈລະຈາ, ທ່ານປະທານາທິບໍດີ Rustam Minnikhanov ຖືວ່າ: ສາຍພົວພັນດ້ານເສດຖະກິດ, ການຄ້າຫວຽດນາມ-ຕາຕາສະຖານຍັງບໍ່ທັນສົມກັບກັບຄວາມສາມາດບົ່ມຊ້ອນເມື່ອວົງເງິນການຄ້າສອງຝ່າຍ ບັນລຸໄດ້ພຽງ25 ຕື້ໂດລາສະຫະລັດ. ຕາມທ່ານປະທານາທິບໍດີແລ້ວ, ສອງຝ່າຍອາດເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆຄື: ດ້ານການສຶກສາ, ວິທະຍາສາດ, ການທ່ອງທ່ຽວ…

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນກໍສະແດງຄວາມເຊື່ອໝັ້ນຕໍ່ສາຍພົວພັນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວລະຫວ່າງຕາຕາສະຖານກັບຫວຽດນາມຈະສືບຕໍ່ພັດທະນາຢ່າງແຮງ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ສະດວກໃຫ້ແກ່ບັນດາວິສາຫະກິດລັດເຊຍ, ໃນນັ້ນ, ມີບັນດາວິສາຫະກິດຕາຕາສະຖານແລະກາຊານດຳເນີນທຸລະກິດ, ທຳມາຫາກິນຢູ່ ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມມີຄວາມປາດຖະໜາຢາກໃຫ້ ສາທາລະນະລັດຕາຕາສະຖານສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມທີ່ດຳລົງຊີວິດແລະທຳມາຫາກິນຢ່າງເປັນປົກກະຕິຕາມລະບຽບກົດໝາຍ,ເພື່ອເຊື່ອມຕົວເຂົ້າກັບປະຊາຄົມປະເທດປະຈຳຖິ່ນ.

ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນໄດ້ມີການພົບປະກັບປະຊາຄົມຊາວຫວຽດນາມທີ່ອາໄສຢູ່ ລັດເຊຍ.

ທ່ານ ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີ​ມ​ເງິນ ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ສາ​ທາ​ລະ​ນະ​ລັດ ຕາ​ຕາ​ສະ​ຖານ ແລະ ມົດ​ສະ​ກູ - ảnh 2ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນໄດ້ມີການພົບປະກັບປະຊາຄົມຊາວຫວຽດນາມທີ່ອາໄສຢູ່ ລັດເຊຍ (ພາບ: TTXVN)

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມໄດ້ຍົກເຫັນແຈ້ງວ່າ: ພັກແລະລັດຫວຽດນາມໄດ້ເປັນເອກະພາບແຜນນະໂຍບາຍ, ຍຶດໝັັ້ນປົກປັກຮັກສາທະເລໝູ່ເກາະຂອງປະເທດຊາດ; ແກ້ໄຂບັນຫາຂັດແຍ່ງ, ຄວາມບໍ່ລົງລອຍກັນຢູ່ທະເລໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍທະເລປີ 1982. ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມມີຄວາມປາດຖະໜາຢາກໃຫ້ຊາວຫວຽດນາມທີ່ອາໄສຢູ່ລັດເຊຍຈົ່ງເປັນຂົວເຊື່ອມຕໍ່, ເປັນທູດເຜີຍແຜ່ມູນເຊື້ອ, ວັດທະນະທຳຂອງຊາວຫວຽດນາມໃຫ້ແກ່ໝູ່ເພື່ອນຊາວລັດເຊຍ, ຊ່ວຍເພີ່ມທະວີຄວາມຮູ້ຄວາມເຂົ້າໃຈ, ຄວາມສະໜິດຕິດພັນລະຫວ່າງ ສອງຊົນຊາດຫວຽດນາມ-ລັດເຊຍ./.

ຕອບກັບ