ທ້າຍປີ 2024, ຫວຽດນາມ ຈະຍິງດາວທຽມ ຣາດາ ທຳອິດຂຶ້ນວົງໂຄຈອນ

Chia sẻ
(VOVWORLD) - ຄາດວ່າ, ດາວທຽມ LOTUSat-1 ຈະເຄື່ອນໄຫວຢູ່ຄວາມສູງປະມານ 500 ກມ. ກຳນົດເວລາເຄື່ອນໄຫວຢູ່ວົງໂຄຈອນແມ່ນກວ່າ 5 ປີ.
ທ້າຍປີ 2024, ຫວຽດນາມ ຈະຍິງດາວທຽມ ຣາດາ ທຳອິດຂຶ້ນວົງໂຄຈອນ - ảnh 1ຄາດວ່າ, ດາວທຽມ LOTUSat-1 ຈະເຄື່ອນໄຫວຢູ່ຄວາມສູງປະມານ 500 ກມ
(ພາບປະກອບ: VNSC)

        ຄາດວ່າ, ທ້າຍປີ 2024 ນີ້ ຫຼື ຕົ້ນປີ 2025 ຈະມາເຖິງ, ຫວຽດນາມ ຈະຍິງດາວທຽມ LOTUSat-1, ດາວທຽມ ຣາດາ ທຳອິດຂຶ້ນວົງໂຄຈອນ. ດາວທຽມ LOTUSat-1 ແມ່ນດາວທຽມສັງເກດໜ່ວຍພິພົບ. ນີ້ແມ່ນດາວທຽມ ຣາດາ ທຳອິດຂອງ ຫວຽດນາມ ໂດຍ ຍີ່ປຸ່ນ ຜະລິດ, ດ້ວຍການເຂົ້າຮ່ວມບັນດານັກວິສະວະກອນສູນອາວະກາດ ຫວຽດນາມ (ຂຶ້ນກັບສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ), ນັບແຕ່ປີ 2021. ຂໍ້ມູນເປັນພາບຖ່າຍທີ່ໄດ້ຮັບຈາກດາວທຽມ LOTUSat-1 ຈະຕອບສະໜອງໄດ້ຄວາມຕ້ອງການຢ່າງຮີບດ່ວນກ່ຽວກັບແຫຼ່ງສະໜອງພາບຖ່າຍ, ສະໜອງບັນດາຂໍ້ມູນທີ່ຊັດເຈນ ແລະ ທັນການ ເພື່ອຮັບມື, ຫຼຸດຜ່ອນບັນດາຜົນກະທົບຂອງໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດ ແລະ ຕິດຕາມກວດກາກ່ຽວກັບສິ່ງແວດລ້ອມ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ.

        ຄາດວ່າ, ດາວທຽມ LOTUSat-1 ຈະເຄື່ອນໄຫວຢູ່ຄວາມສູງປະມານ 500 ກມ. ກຳນົດເວລາເຄື່ອນໄຫວຢູ່ວົງໂຄຈອນແມ່ນກວ່າ 5 ປີ.

ຕອບກັບ