ທາງດ້ານກະຈາຍສຽງ, ໂທລະພາບປີ 2014: ຍູ້ແຮງການໂຄສະນາ ຕ້ານບັນດາອິດທິກຳລັງທີ່ເປັນປໍລະປັກ

Chia sẻ
 (vovworld) – ປີຜ່ານມາ, ບັນດາ​ສະຖານີວິທະຍຸ​ກະຈາຍສຽງ, ​ໂທລະພາບ ​ໄດ້​ເປັນ​ເຈົ້າ​ການ​ສະໜອງ​ຂໍ້​ມູນ​ຂ່າວ​ສານຢ່າງ​ຄົບ​ຖ້ວນ, ທັນ​ການ, ເປີດເຜີຍກະຈ່າງ​​ແຈ້ງ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ
ທາງດ້ານກະຈາຍສຽງ, ໂທລະພາບປີ 2014: ຍູ້ແຮງການໂຄສະນາ ຕ້ານບັນດາອິດທິກຳລັງທີ່ເປັນປໍລະປັກ - ảnh 1
ລາຍການຖ່າຍທອດສົດທາງໂທລະພາບກ່ຽວກັບ ເຈື່ອງຊາ
(ພາບ: Hoàng Hải/TTXVN)

(vovworld) – ​ວັນ​ທີ 28/2, ​ເມື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​​ກະຈາຍສຽງ, ​ໂທລະພາບ​ປີ 2014, ທ່ານ​ ຫງວຽນ​ບັກ​ຊອນ, ລັດຖະມົນຕີ​ກະຊວງ​ຖະ​ແຫຼງ​ຂ່າວ ​ແລະ ສື່ສານຫວຽດນາມ ​ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ດ້ານກະຈາຍສຽງ, ​ໂທລະພາບ​ຂອງ​ທົ່ວ​ປະ​ເທດ. ປີຜ່ານມາ, ບັນດາ​ສະຖານີວິທະຍຸ​ກະຈາຍສຽງ, ​ໂທລະພາບ ​ໄດ້​ເປັນ​ເຈົ້າ​ການ​ສະໜອງ​ຂໍ້​ມູນ​ຂ່າວ​ສານຢ່າງ​ຄົບ​ຖ້ວນ, ທັນ​ການ, ເປີດເຜີຍກະຈ່າງ​​ແຈ້ງ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ, ບັນດາ​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ. ສື່ມວນຊົນແມ່ນ​ຂົວ​ເຊື່ອມ​ຕໍ່, ຊ່ອງ​ໂອ້​ລົມສົນທະນາ​ ​ແລະ ຮັບ​ເອົາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ທີ່​ມີ​ລັກສະນະ​ສ້າງສັນ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ທີ່​ມີ​ຕໍ່​ພັກ, ລັດ ປະກອບສ່ວນ​ໂຄສະນາ, ​ເຜີຍ​ແຜ່​ກາ​ນພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ.

    ກ່ຽວ​ກັບ​ການ​ກຳນົດ​ທິດ​ຂອງ​ປີ 2014, ທ່ານ​ລັດຖະມົນຕີ ຫງວຽນ​ບັກ​ຊອນ ຊີ້​ນຳ​​ບັນດາ​ສະຖານີ​ວິທະຍຸກະຈາຍສຽງ, ​ໂທລະພາບ​ແຫ່ງ​ຕ່າງໆ​ສຸມ​ໃສ່​ຍູ້​ແຮງ​ການ​ໂຄສະນາ ​ເຜີຍ​ແຜ່​ບັນດາ​ມະຕິ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ. ທ່ານ​ກ່າວ​ວ່າ:

    “ສະ​ເໜີ​​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພີ່ມ​ເວລາ​ອອກອາກາດ​ບັນດາ​ລາຍການ​ໂດຍ​ພວກ​ເຮົາ​ຜະລິດ​ເອງ, ລະດົມ​ແບບຢ່າງ​ວຽກ​ດີ​ຄົນ​ເດັ່ນ. ພ້ອມ​ກັນ​ນັ້ນ, ສະ​ເໜີ​ໃຫ້​ໂຄສະນາ, ຕໍ່ສູ້​ຢ່າງ​ຕັ້ງ​ໜ້າ​ກ່ວາ​ອີກ, ປະກອບສ່ວນ​ພ້ອມ​ກັບ​ພັກ, ລັດ ຕ້ານ​ບັນດາ​ຖ້ອຍ​ທຳນອງ​ຂອງ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ຖ້ອຍທຳນອງ​ຜິດ​ພາດ​ພວມ​ໂຄສະນາ​ຜ່ານ​ທາງ ອີນ​ເຕີ​ເນັດ”