ທະຫານລຸກຮຶ້ຂຶ້ນຊີຮີ ບຸກໂຈມຕີທຳນຽບປະທານາທິບໍດີ ແລະ ສະໜາມບິນ Damacus

Chia sẻ

ທະຫານ​ລຸກ​ຮຶ້ຂຶ້ນ​ຊີ​ຮີ​ ບຸກ​ໂຈມ​ຕີ​ທຳນຽບປະທານາທິບໍດີ ​ແລະ ສະໜາມ​ບິນ Damacus

ທະຫານລຸກຮຶ້ຂຶ້ນຊີຮີ ບຸກໂຈມຕີທຳນຽບປະທານາທິບໍດີ ແລະ ສະໜາມບິນ Damacus - ảnh 1
(ພາບປະກອບ ຈາກ AFP/TTXVN)
(vovworld) – ວັນ​ທີ 18/3,​ ທະຫານ​ລຸກ​ຮຶ້ຂຶ້ນ​ຊີ​ຮີ ​ໄດ້​ຍິງ​ປືນ​​ຄົກໃສ່​ທຳນຽບປະທານາທິບໍດີ, ສະໜາມ​ບິນ Damacus ​ແລະ ສຳນັກງານ​ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ລັດຖະບານ. ອົງການ​ຕິດຕາມ​ສະພາບ​ມະນຸດສະທຳ​ຊີ​ຮີ ​ເຊິ່ງມີ​ສຳນັກງານ​ຕັ້ງ​ຢູ່​ອັງກິດ ​ໃຫ້​ຮູ້​ວ່າ​ ລູກຈະ​ຫຼວດຈຳນວນ​ໜຶ່ງ​​ໄດ້ຕົກ​ໃສ່​ເມືອງ​ຕ່າງໆ​ຢູ່​ມໍ່​ກັບ​ທຳນຽບປະທານາທິບໍດີ. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ​ແຫ່ງ​ລັດ SANA ຂອງ​ຊີ​ຮີ​ຮັບ​ຮູ້​ວ່າ ລູກປືນ​ຄົກ 5 ລູກ ​ໄດ້​ຕົກລົງ Damacus, ​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ ​ແລະ ສາມັນ​ຊົນ​ຫຼາຍ​ຄົນ​ຖືກ​ບາດ​ເຈັບ. ການ​ບຸກ​ໂຈມ​ຕີ​ນີ້​ຖືກ​ດຳ​ເນີນ​ພາຍຫຼັງ​ທີ່​ສະຫະພັນ​ຊົນ​ຊາດ​ຊີ​ຮີ ຝ່າຍ​ຄ້ານ​ຈັດ​ຕັ້ງ​ກອງ​ປະຊຸມ​ຢູ່​ນະຄອນ Istabul, ປະ​ເທດ​ເຕິ​ກກີ, ​ແລະ ​ເລືອກ​ຕັ້ງທ່າ​ນ Fgassan Hitto ​ເປັນ​ນາຍົກລັດຖະມົນຕີ ​ເພື່ອ​ນຳພາ​ລັດຖະບານ​ຊົ່ວຄາວ​ຂອງ​ທະຫານ​ລຸກ​ຮຶ້ຂຶ້ນ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຝ່າຍ​ຄ້ານ​ຕົ້ນ​ຕໍ່​​ພາຍ​ໃນ​ປະ​ເທດ​ໄດ້​ອອກສຽງ​ປະຕິ​ເສດ​ເລື່ອງ​ສ້າງ​ຕັ້ງ​ລັດຖະບານ​ພັດ​ຖີ່​ນບໍລິຫານ​ໃນ​ເຂດ​ເຊິ່ງພວກ​ລຸກ​ຮຶ້ຂຶ້ນ​ຢືດຄອງ ​ແລະ ຖື​ວ່າ​ນີ້​ແມ່ນ​ການ​ກະທຳ​ທີ່​ກີດຂວາງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ກຸ່ມ​ອາ​ຮັບ ​ແລະ ສາກົນ ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ຢູ່​ຊີ​ຮີ.