ທະນາຄານໂລກຄາດຄະເນວ່າ ໃນປີ 2012 ການເຕີບໂຕຂອງຫວຽດນາມ ຈະບັນລຸລະດັບ 5,7%

Chia sẻ
ບົດ​ລາຍ​ງານ​ກ່ຽວ​ກັບ​ເສດຖະກິດ ອາຊີ​ຕາ​ເວັນ​ອອກ ​ໂດຍ​ທະນາຄານ​ໂລກ​ປະກາດ​ເມື່ອ​ວັນ​ທີ 23/5 ຢູ່ ຮ່າ​ໂນ້ຍ ​ຄາດ​ຄະ​ເນ​ວ່າ ​ໃນ​ປີ 2012 ຫວຽດນາມ ອາດ​ຈະ​ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ປະມານ 5,7%

ທະນາຄານໂລກຄາດຄະເນວ່າ ໃນປີ 2012 ການເຕີບໂຕຂອງຫວຽດນາມ   ຈະບັນລຸລະດັບ 5,7% - ảnh 1
ພາບປະກອບ:internet
(vovworld) - ບົດ​ລາຍ​ງານ​ກ່ຽວ​ກັບ​ເສດຖະກິດ ອາຊີ​ຕາ​ເວັນ​ອອກ ​ໂດຍ​ທະນາຄານ​ໂລກ​ປະກາດ​ເມື່ອ​ວັນ​ທີ 23/5 ຢູ່ ຮ່າ​ໂນ້ຍ ​ຄາດ​ຄະ​ເນ​ວ່າ ​ໃນ​ປີ 2012 ຫວຽດນາມ ອາດ​ຈະ​ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ປະມານ 5,7% ​ແລະ ​ໄພ​ເງິນ​ເຟີ້​ໃນ​ທ້າຍ​ປີ​ຫລຸດ​ລົງ​ຕຳ່​ກວ່າ 10%. ຕາມ​ທະ​ນາຄາ​ນ​ໂລກ​ແລ້ວ, ພາຍຫລັງ​ຂາດ​ຄວາມ​ເປັນ​ປົກກະຕິ​ໃນ​ໄລຍະ​ຍາວ, ​ເສດຖະກິດ​ມະຫາ​ພາກ​ຂອງ ຫວຽດນາມ ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ​ກວ່າ, ພິ​ເສດ ພາຍຫລັງ ທີ່ລັດຖະບານ ຫວຽດນາມ ປະກາດ​ໃຊ້ ​ແລະ ປະຕິບັດ​ມະຕິ​ເລກທີ 11 ຂອງ​ລັດຖະບານ ​ເມື່ອ​ເດືອນ 2/2011 ​ເພື່ອ​ຮັກສາ​ພື້ນຖານ​ເສດຖະກິດ ​ແລະ ສັງຄົມ​ເປັນ​ປົກກະຕິ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຂະນະ​ທີ່ພື້ນຖານ​ເສດຖະກິດ ຫວຽດນາມ ​ເລີ່​ມ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ, ​ເລື່ອງ​ຮັດ​ແຫນ້ນ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ ​ແລະ ສະພາບ​ແວດລ້​ອມ​​ເສດຖະກິດ​ທົ່ວ​ໂລກ​ຍັງ​ຜັນ​ແປ​ໄປ​ຢ່າງ​ສັບສົນ ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ ຫວຽດນາມ