ທະ​ນາ​ຄານ​ໂລກ: ເສດ​ຖະ​ກິດ ຫວຽດ​ນາມ ຮັກ​ສາ​ທ່າ​ຟື້ນ​ຟູ​ໄດ້​ຢ່າງ​ໝັ້ນ​ແກ່ນ

Chia sẻ
(VOVWORLD) -ບົດລາຍການໄດ້ຮັບຮູ້ GDP ໄຕມາດ 1 ປີ 2022 ມີການເຕີບໂຕ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍ້ອນອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ກຳນົດທິດການສົ່ງອອກບັນລຸໝາກຜົນທີ່ໝັ້ນແກ່ນ, ພ້ອມດຽວກັນນັ້ນ, ຂົງເຂດການບໍລິການກໍພວມມີການຟື້ນຟູ.

ບົດລາຍງານອັບເດດສະພາບການເສດຖະກິດມະຫາພາກ ຫວຽດນາມ ເດືອນ ເມສາ 2022 ໂດຍທະນາຄານໂລກ (WB) ປະກາດຫວ່າງມໍ່ໆມານີ້ ໄດ້ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດຂອງ ຫວຽດນາມ ໃນໄຕມາດ 1 ປີ 2022. ຕາມນັ້ນແລ້ວ, ບົດລາຍການໄດ້ຮັບຮູ້ GDP ໄຕມາດ 1 ປີ 2022 ມີການເຕີບໂຕ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍ້ອນອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ກຳນົດທິດການສົ່ງອອກບັນລຸໝາກຜົນທີ່ໝັ້ນແກ່ນ, ພ້ອມດຽວກັນນັ້ນ, ຂົງເຂດການບໍລິການກໍພວມມີການຟື້ນຟູ.

ທະນາຄານໂລກ ເນັ້ນໜັກວ່າ ພື້ນຖານເສດຖະກິດ ຫວຽດນາມ ມີສັນຍານຕັ້ງໜ້າຄື ດັດຊະນີຜະລິດອຸດສາຫະກຳສືບຕໍ່ເພີ່ມຂຶ້ນ, ລະດັບການຂາຍຍ່ອຍສິນຄ້າສືບຕໍ່ມີການຟື້ນຟູ. ຕາມທະນາຄານໂລກແລ້ວ ດັດຊະນີການຜະລິດອຸດສາຫະກຳເພີ່ມຂຶ້ນ 8,5% (ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ) ໃນເດືອນ ມີນາ, ທຽບເທົ່າກັບລະດັບກ່ອນເກີດໂລກລະບາດ, ຍ້ອນຄວາມຕ້ອງການພາຍໃນປະເທດພວມຟື້ນຟູ ແລະ ຄວາມຕ້ອງການທີ່ໝັ້ນແກ່ນຈາກຂົງເຂດເສດຖະກິດການຕ່າງປະເທດ.

ການສົ່ງອອກ ແລະ ນຳເຂົ້າສິນຄ້າກໍເພີ່ມຂຶ້ນຕາມລຳດັບ 14,8% ແລະ 14,6% (ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ).

ນອກຈາກນັ້ນແລ້ວ, ທະນາຄານໂລກຍັງເຕື້ອງເຖິງທຶນ FDI ຈົດທະບຽນບັນລຸ 3,9 ຕື້ USD ໃນເດືອນ ມີນາ 2022, ເພີ່ມຂຶ້ນ 35,2% ເມືຶ່ອທຽບໃສ່ເດືອນກ່ອນ. ສິ່ງດັ່ງກ່າວໄດ້ຮັບຖືວ່າ ແມ່ນການຜັນແປທີ່ມີຄວາມຫວັງ ແລະ ສະແດງໃຫ້ເຫັນວ່າ ຫວຽດນາມ ຍັງຄົງແມ່ນສະຖານທີ່ທີ່ດູດດື່ມຂອງກະແສທຶນ FDI.

ຕອບກັບ