ທະນາຄານໂລກ ຈະສືບຕໍ່ຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນໄລຍະຈະມາເຖິງ

Chia sẻ
(VOVWORLD) -ວັນທີ 21 ກຸມພາ, ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ໄດ້ໃຫ້ການຕ້ອນຮັບທ່ານ Makhtar Diop, ຮອງປະທານທະນາຄານໂລກ (WB) ຮັບຜິດຊອບຂົງເຂດພື້ນຖານໂຄງລ່າງ.
ທະນາຄານໂລກ ຈະສືບຕໍ່ຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນໄລຍະຈະມາເຖິງ - ảnh 1ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ຕ້ອນຮັບທ່ານ Makhtar Diop, ຮອງປະທານທະນາຄານໂລກ  (ພາບ: TTXVN)

        ນະທີ່ນີ້, ທ່ານ ຫງວຽນວັນບິ່ງ ໄດ້ແຈ້ງໃຫ້ຊາບສະພາບເສດຖະກິດໂດຍລວມຂອງ ຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນວ່າ ພັກ ແລະ ລັດຖະບານ ຫວຽດນາມ ຢຶດໝັ້ນປະຕິບັດເປົ້າໝາຍຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບການເຕີບໂຕ, ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ກໍານົດການສ້າງໂຄງປະກອບພື້ນຖານໂຄງລ່າງຢ່າງຄົບຊຸດ ແມ່ນໜຶ່ງໃນສາມຍຸດທະສາດບຸກທະລຸ. ພ້ອມທັງສະເໜີທະນາຄານໂລກ ສືບຕໍ່ໜູນຊ່ວຍທຶນ ແລະ ເຕັກນິກໃຫ້ແກ່ຫວຽດນາມ.

        ສ່ວນທ່ານ Makhtar Diop ກໍໄດ້ແຈ້ງໃຫ້ຊາບບັນດາບູລິມະສິດຈຸດສຸມຂອງບັນດາໂຄງການຂອງ WB ຜັນຂະຫຍາຍຢູ່ຫວຽດນາມ ໃນຂົງເຂດພື້ນຖານໂຄງລ່າງ; ພ້ອມທັງຢັ້ງຢືນວ່າ WB  ຈະສືບຕໍ່ຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ