ທ້ອງ​ຖິ່ນ​ຕ່າງໆ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ບຸນ​ເຕັດ 2021 ໃຫ້​ແກ່ ປະ​ຊາ​ຊົນ.

Chia sẻ
(VOVWORLD) -ແຕ່ວັນທີ 29 ມັງກກອນຫາວັນທີ 1 ກຸມພາ, ໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ ໄດ້ຈັດລາຍການ “ຫໍ່ເຂົ້າຕົ້ມພ້ອມກັບຜູ້ທຸກຍາກ”. ຄະນະຈັດຕັ້ງໄດ້ກະກຽມຂອງຂວັນ 1000 ພູດ, ແຕ່ລະພູດລວມມີເຂົ້າຕົ້ມ, ເຂົ້າໜົມ, ເຂົ້າສານ, ນ້ຳມັນ, ເຄື່ອງນຸ່ງ, ຜ້າຫົ່ມ…ເພື່ອສົ່ງໃຫ້ປະຊາຊົນຜູ້ທຸກຍາກຢູ່ບັນດາແຂວງພາກກາງຫວຽດນາມ.
ທ້ອງ​ຖິ່ນ​ຕ່າງໆ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ບຸນ​ເຕັດ 2021 ໃຫ້​ແກ່ ປະ​ຊາ​ຊົນ. - ảnh 1ລາຍການ “ບຸນເຕັດແຫ່ງຄວາມເມຕາ” ຢູ່ແຂວງລາວກາຍ

   ລາຍການ “ບຸນເຕັດແຫ່ງຄວາມຮັກແພງ” ໂດຍຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກງາງຫງ້າຍ ສົມທົບກັບສະຖານນີວິທະຍຸ ໂທລະພາບແຂວງ ປະຕິບັດນັບແຕ່ວັນທີ 11 ມັງກອນ ດ້ວຍຈຸດໝາຍຂົນຂວາຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດ ມອບຂອງຂວັນ 5000 ພູດ ແຕ່ລະພູດມີມູນຄ່າ 500.000 ດົ່ງ ໃຫ້ແກ່ປະຊາຊົນໃນໂອກາດບຸນປີໃໝ່ປະຈຳຊາດ, ປີສະຫລູ 2021.

  ວັນທີ 25 ມັງກອນ, ຢູ່ ເມືອງອຽນໂມ,  ສະພາກາແດງແຂວງນິນບິນ ສົມທົບກັບບັນດາວິສາຫະກິດ, ຜູ້ມີໃຈບຸນໃຈກຸສົນ ຈັດລາຍການ “ງານຕະຫຼາດນັດແຫ່ງມະນຸດສະທຳ: ລະດູບານໃໝ່ຮັກແພງ-ວັນບຸນເຕັດແບ່ງປັນກັນ” ໃຫ້ແກ່ຜູ້ທຸກຍາກ, ຄົນພິການຂອງ 3 ຕາແສງທຸກຍາກກ່ວາໝູ່ໃນເມືອງອຽນໂມ-ແຂວງນິນບິນ.

   ກ່ອນໜ້ານັ້ນ, ວັນທີ 24 ມັງກອນ, ທະຫານຊາຍແດນຫາຍຟ່ອງ ສົມທົບກັບສະຫະພັນແມ່ຍິງແຂວງ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດລາຍການ “ລະດູບານໃໝ່ເຂດຊາຍແດນ-ຄວາມອົບອຸ່ນຂອງປະຊາຊົນເຂດທະເລ”. ຄະນະຈັດຕັ້ງໄດ້ມອບຂອງຂວັນນັບຮ້ອຍພູດໃຫ້ແກ່ກ່ວາ 400 ຄອຍຄົວ.

  ໃນວັນທີ 23-24 ມັງກອນ, ຢູ່ແຂວງລາວກາຍ ກໍ່ໄດ້ຈັດລາຍການ “ບຸນເຕັດແຫ່ງຄວາມເມຕາ” ເພ່ອແນໃສ່ໜູນຊວ່ຍ, ມອບຂັງຂວັນໃຫ້ແກ່ບັນດາຄອວຄົວທຸກຍາກ, ຄອບຄົວນອນໃນເປົ້າໝາຍນະໂຍບາຍ ແລະ ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກຢູ່ ຕາແສງຊິນແຈງ, ເມືອງຊີມາກາຍ, ແຂວງລາວກາຍ.

ຕອບກັບ