ທູດພິເສດຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມຈີນ

Chia sẻ
(vovworld) - ຕອນ​ບ່າຍ​ວັນ​ທີ 29/2, ຢູ່​ນະຄອນຫຼວງ​ ປັກກິ​ງ, ​ແຫ່ງປ​ເທດ ຈີນ, ທ່ານ ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຈີນ, ປະທານ​ປະ​ເທດ ຈີນ ສື​ຈີນ​ຜິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຮ່ວາງ​ບິ່ງ​ກວນ
ທູດພິເສດຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມຈີນ - ảnh 1
(ທ່ານ ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ ຈີນ ສື​ຈີນ​ຜິ​ງ
 ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຮ່ວາງ​ບິ່ງ​ກວນ)

(vovworld) - ຕອນ​ບ່າຍ​ວັນ​ທີ 29/2, ຢູ່​ນະຄອນຫຼວງ​ ປັກກິ​ງ, ​ແຫ່ງປ​ເທດ ຈີນ, ທ່ານ ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຈີນ, ປະທານ​ປະ​ເທດ ຈີນ ສື​ຈີນ​ຜິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຮ່ວາງ​ບິ່ງ​ກວນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ການ​ຕ່າງປະ​ເທດ​ສູນ​ກາງ, ທູດ​ພິ​ເສດ​ຂອງ​ທ່ານ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຈີນ.

        ທ່ານ ຮ່ວາງ​ບິ່ງ​ກວນ​ຢືນຢັນ​ວ່າ, ພັກ, ລັດ ຫວຽດນາມ ຈະ​ຍືດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາ, ຖື​ເປັນ​ສຳຄັນ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ກັບ​ພັກ ​ແລະ ລັດ​ຈີນ. ທ່ານ ຮ່ວາງ​ບິ່ງ​ກວນ​ຫວັງ​ວ່າ, ສອງ​ຝ່າຍ​ຈະ​ສົມ​ທົບ​ກັນ​ປະຕິບັດ​ບັນດາ​ຄວາມ​ຮັບ​ຮູ້​ລວມລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​​ໄດ້້​ເປັນ​ຢ່າງ​ດີ, ນຳ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຈີນ ​ໃຫ້​ນັບ​ມື້​ນັບ​ພັດທະນາ, ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

        ສ່ວນທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສື​ຈີນ​ຜິ​ງ ຕີ​ລາຄາ​ສູງ​ເລື່ອງ​ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສົ່ງ​ທູດ​ພິ​ເສດ​ມາລາ​ຍງານ​ ໂດຍ​ກົງ​ ​ຜົນ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ໃຫ້ການ​ນຳ​ພັກ​ກອມ​ມູນິດ​ ຈີນ​ໄດ້​ຮັບ​ຊາບ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສື​ຈີນ​ຜິ​ງ ຢືນຢັນ​ວ່າ, ພັກ ​ແລະ ລັດຖະບານ​ຈີນ ຖື​ເປັນ​ສຳຄັນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈີນ - ຫວຽດນາມ; ຫວັງ​ວ່າ, ສອງ​ຝ່າຍ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ແລກປ່ຽນ​ຂັ້ນ​ສູງ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ, ​ແທດ​ຈິງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ, ​ແກ້​ໄຂຄວາມ​ບໍ່​ລົງ​ລອຍ​ກັນ, ​ແນ​ໃສ່​ຊຸກຍູ້​ກາ​ນພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ໃຫ້​ພັດທະນາ​ຢ່າງ​ມີ​ສະຖຽນ​ລະ​ພາບ, ປອດ​ໄສ​ໃນ​ໄລຍະ​ຈະ​ມາ​ເຖິງ.