ຖືເຕັກໂນໂລຊີແລະປະດິດຄິດສ້າງແມ່ນພື້ນຖານໃຫ້ແກ່ການພັດທະນາໃນໄລຍະຈະມາເຖິງ

Chia sẻ
(VOVWORLD) -ເພື່ອສ້າງຄວາມຄາດຫວັງຢາກໃຫ້ຫວຽດນາມ ກາຍເປັນປະເທດພັດທະນາຕາມກຳນົດທິດສັງຄົມນິຍົມໃນປີ 2045, ມີລາຍຮັບສູງ, ບໍ່ສາມາດຮັກສາຮູບແບບການເຕີບໂຕໂດຍອີງໃສ່ທຶນ ແລະ ແຮງງານຄືໃນເມື່ອກ່ອນອີກ
ຖືເຕັກໂນໂລຊີແລະປະດິດຄິດສ້າງແມ່ນພື້ນຖານໃຫ້ແກ່ການພັດທະນາໃນໄລຍະຈະມາເຖິງ - ảnh 1ຜູ້ແທນ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ
(ພາບ: dangcongsan.vn)

ໃນການປຶກສາຫາລືກ່ຽວກັບເອກະສານສະບັບຕ່າງໆທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຜູ້ແທນຫຼາຍທ່ານຖືວ່າ, ເພື່ອສ້າງຄວາມຄາດຫວັງຢາກໃຫ້ຫວຽດນາມ ກາຍເປັນປະເທດພັດທະນາຕາມກຳນົດທິດສັງຄົມນິຍົມໃນປີ 2045, ມີລາຍຮັບສູງ, ບໍ່ສາມາດຮັກສາຮູບແບບການເຕີບໂຕໂດຍອີງໃສ່ທຶນ ແລະ ແຮງງານຄືໃນເມື່ອກ່ອນອີກ, ຫາກຍັງຕ້ອງອີງໃສ່ເສດຖະກິດພູມປັນຍາ, ບົນພື້ນຖານແມ່ນວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ.

        ກ່ຽວກັບບັນຫານີ້, ຜູ້ແທນ ຫງວຽນແມ້ງຮຸ່ງ, ໄດ້ຍົກອອກ 4 ບາດກ້າວບຸກທະລຸ, ໃນນັ້ນມີມາດຕະການແກ້ໄຂຫຼັກແຫຼ່ງແມ່ນເປັນເຈົ້າເຕັກໂນໂລຊີຜະລິດ “Make in Viet Nam”, ມຸ່ງໄປເຖິງເປົ້າໝາຍບັນດາວິສາຫະກິດເຕັກໂນໂລຊີຫວຽດນາມ ມີກຳລັງຄວາມສາມາດອອກສູ່ໂລກ.

        “ດ້ວຍກຳລັງວິສາຫະກິດເຕັກໂນໂລຊີເປັນຈຳນວນຫຼາຍ, ຫວຽດນາມ ມີເງື່ອນໄຂຢ່າງພຽງພໍເຊິ່ງຫຼາຍປະເທດບໍ່ມີ ເພື່ອກໍ່ສ້າງ ແລະ ເປັນເຈົ້າລະບົບຊີວະພາບຜະລິດຕະພັນ, ການບໍລິການດີຈີຕອນ. ນີ້ແມ່ນປະຖົມປັດໃຈຢ່າງໝັ້ນຄົງເພື່ອສ້າງພື້ນຖານອຸດສາຫະກຳປອດຄວັນ, ມີລະດັບເຕີບໂຕໄວ ແລະ ໝັ້ນຄົງ. ແທນທີ່ຮັບຈ້າງ, ປະກອບເຄື່ອງຈັກບັນດາວິສາຫະກິດຫວຽດນາມ ສຸມໃສ່ຜະລິດອອກຜະລິດຕະພັນ. “ຫັນເປັນດີຈີຕອນ ແລະ  “Make in Viet Nam” ແມ່ນເສັ້ນທາງທີ່ຖືກຕ້ອງ ແລະ ໝັ້ນຄົງທີ່ສຸດ ເພື່ອຍົກລະດັບ ແລະ ນຳຜະລິດຕະພັນ Make in Viet Nam ສຳພັດກັບບັນດາຕະຫຼາດຕ່າງປະເທດ”.

        ດ້ວຍຫົວຂໍ້ວ່າ “ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງເຂດ, ສ້າງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”, ຜູ້ແທນ ຟານວັນມ້າຍ, ເລຂາຄະນະພັກແຂວງ ແຂວງ ເບັ໊ນແຈ ແລະ ຜູ້ແທນ ເລກວາງແມ້ງ, ເລຂາຄະນະພັກນະຄອນ ເກິນເທີ ຢືນຢັນວ່າ, ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ມີບັນດາປັດໃຈທີ່ຈຳເປັນຢ່າງພຽງພໍ ເພື່ອກາຍເປັນໜຶ່ງໃນບັນດາເຂດເສດຖະກິດຈຸດສຸມຂອງເຂດ ແລະ ທົ່ວປະເທດ.

        ມີບັນຫາໜຶ່ງກໍ່ໄດ້ວາງອອກແມ່ນໃນວິວັດທະນາການພັດທະນາປະເທດຊາດ, ຕ້ອງເຮັດແນວໃດເພື່ອທັງພັດທະນາຢ່າງໄວ ແຕ່ຍັງຕ້ອງຮັດແຄບຊ່ອງວ່າງລະຫວ່າງຄວາມຮັ່ງມີ - ທຸກຍາກຢູ່ບັນດາເຂດພາກ. ຢາກປະຕິບັດໄດ້, ຕ້ອງສືບຕໍ່ມີບັນດາລັດຖະນະໂຍບາຍຢ່າງແຮງພໍສົມຄວນ, ມີລັກສະນະບຸກທະລຸກ່ຽວກັບວຽກງານຫຼຸດຜ່ອນຄວາມທຸກຍາກຢ່າງໄວ ແລະ ຍືນຍົງ, ພັດທະນາເສດຖະກິດຢູ່ເຂດຊາວເຜົ່າສ່ວນໜ້ອຍ. ຜູ້ແທນ ອາເຟີ໊ດ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ ແຂວງ ກອນຕຸມ, ໃຫ້ຮູ້ວ່າ.

        “ທາງທ້ອງຖິ່ນໄດ້ປຸກລະດົມ ແລະ ຜັນຂະຫຍາຍບັ້ນເຄື່ອນໄຫວ “ເຮັດໃຫ້ປ່ຽນແປງແນວຄິດ, ວິທີເຮັດຂອງຊາວເຜົ່າສ່ວນໜ້ອຍ, ເຮັດໃຫ້ປະຊາຄົມຊາວເຜົ່າໜ້ອຍບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ”. ຈາກນັ້ນ, ສ້າງພື້ນຖານໃຫ້ແກ່ການພັດທະນາເສດຖະກິດຢູ່ທ້ອງຖິ່ນໄວຢ່າງໝັ້ນຄົງ. ຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງທົ່ວສັງຄົມ; ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນຢູ່ເຂດຊາວເຜົ່າສ່ວນໜ້ອຍ”.

ຕອບກັບ