ຕວັກ​ກີ ຍົກ​ອອກ​ເງື່ອນ​ໄຂ ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ​ການ​ຮັບ​ ຊູ​ແອັດ ເຂົ້າເປັນ​ສະ​ມາ​ຊິກ​ຂອງ NATO

Chia sẻ
(VOVWORLD) - ບັນດາການຜັນແປຢ່າງຕັ້ງໜ້າໃນເລື່ອງ ອາເມລິກາ ອະນຸມັດການຂາຍເຮືອບິນສູ້ຮົບ F – 16 ໃຫ້ປະເທດນີ້ ແລະ ການາດາ ຍົກເລີກຄຳສັ່ງຫ້າມຂົນສົ່ງອາວຸດ ສາມາດຊ່ວຍໃຫ້ສະພາແຫ່ງຊາດ ຕວັກກີ ກ້າວໄປເຖິງການໃຫ້ສັດຕະຍາບັນການຮັບ ຊູແອັດ ເຂົ້າເປັນສະມາຊິກຂອງ NATO. 
ຕວັກ​ກີ ຍົກ​ອອກ​ເງື່ອນ​ໄຂ ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ​ການ​ຮັບ​ ຊູ​ແອັດ ເຂົ້າເປັນ​ສະ​ມາ​ຊິກ​ຂອງ NATO - ảnh 1ທ່ານປະທານາທິບໍດີ ຕວັກກີ, Tayyip Erdogan  (ພາບ: AFP/TTXVN)

ວັນທີ 19 ທັນວາ, ທ່ານປະທານາທິບໍດີ ຕວັກກີ, Tayyip Erdogan ໄດ້ຍົກອອກເງື່ອນໄຂ ກັບ ການາດາ ແລະ ອາເມລິກາ ເພື່ອໃຫ້ປະເທດນີ້ ສາມາດໃຫ້ສັດຕະຍາບັນການຮັບ ຊູແອັດ ເຂົ້າເປັນສະມາຊິກຂອງ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO).

        ຕາມການນຳ ຕວັກກີ ແລ້ວ, ບັນດາການຜັນແປຢ່າງຕັ້ງໜ້າໃນເລື່ອງ ອາເມລິກາ ອະນຸມັດການຂາຍເຮືອບິນສູ້ຮົບ F – 16 ໃຫ້ປະເທດນີ້ ແລະ ການາດາ ຍົກເລີກຄຳສັ່ງຫ້າມຂົນສົ່ງອາວຸດ ສາມາດຊ່ວຍໃຫ້ສະພາແຫ່ງຊາດ ຕວັກກີ ກ້າວໄປເຖິງການໃຫ້ສັດຕະຍາບັນການຮັບ ຊູແອັດ ເຂົ້າເປັນສະມາຊິກຂອງ NATO. ເມື່ອເດືອນ ຕຸລາ 2021, ຕວັກກີ ໄດ້ຮຽກຮ້ອງຊື້ເຮືອບິນສູ້ຮົບ F – 16  ຈຳນວນ 40 ລຳ ຂອງ Lockheed Martin Corp ແລະ ເຄື່ອງອຸປະກອນ, ອາໄຫຼ່ 79 ຊຸດ ເພື່ອຫັນກຳລັງບຸກໂຈມຕີຂອງປະເທດນີ້ເປັນທັນສະໄໝ.

 

ຕອບກັບ