ຕີລາຄາວຽກງານພົວພັນຕ່າງປະເທດຂອງບັນດາອົງການພັກສູນກາງ

Chia sẻ
ວັນ​ທີ 28/10, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕີ​ລາ​ຄາ​ສະ​ຫລຸບ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ອົງ​ການ​ພັກ​ຢູ່​ສູນ​ກາງ​ປີ 2014 ແລະ ທິດ​ທາງວຽກ​ງານ​ປີ 2015
ຕີລາຄາວຽກງານພົວພັນຕ່າງປະເທດຂອງບັນດາອົງການພັກສູນກາງ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 28/10, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕີ​ລາ​ຄາ​ສະ​ຫລຸບ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ອົງ​ການ​ພັກ​ຢູ່​ສູນ​ກາງ​ປີ 2014 ແລະ ທິດ​ທາງວຽກ​ງານ​ປີ 2015. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸມ​ໃສ່​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ງານ​ຕ່າງ​ປະ​ເທດ​ຂອງ​ພັກ, ເລື່ອງ​ຊາບ​ຊຶມ ແລະ ປະ​ຕິ​ບັດ​ບ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​ຢ່າງ​ເປັນ​ເອ​ກະ​ພາບ ແລະ ບັນ​ດາ​ຂໍ້​ກຳ​ນົດ​​ທີ່ກ່ຽວ​ຂ້ອງ​ຂອງ​ລັດ, ພິ​ເສດ​ແມ່ນ​ຄຳ​ສັ່ງ​ເລກ​ທີ 38 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ບັນ​ດາ​ຄະ​ນະ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ. ບັນ​ດາ​ຜູ້​ແທນກໍ່ປຶ​ກ​ສາ​ຫາ​ລື​ມາດ​ຕະ​ການຕ່າງໆ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ ແລະ ກົນ​ໄກ​ສົມ​ທົບ​ກັນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ພັກ​ສູນ​ກາງ, ພິ​ເສດ​ແມ່ນ​ກັບ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ ແລະ ບັນ​ດາ​ອົງ​ການ​ການ​ທູດ​ຂອງ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ໃນ​ກາ​ນ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​ ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຂອງ​ໜ້​າ​ທີ່​ເຊິ່ງ​ໄດ້​ວາງ​ອອກ​ໃນ​ສະ​ພາບ​ການ​ໃໝ່​ກ່​ວາ​ອີກ. ກ່າວ​ຄຳ​ເຫັນ​ສິ້ນ​ສຸດກອ​ງ​ປະ​ຊຸມ, ທ່ານ ຫງວຽນ​ຕ໋ວນ​ຟອງ, ​ຮອງຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ, ເນັ້ນ​ໜັກ​ເຖິງ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ໃໝ່​ທີ່​ໄດ້​ວາງ​ອອກ​ໃຫ້​ແກ່​ວຽກ​ງານ​ຕ່າງ​ປະ​ເທດ​ຂອງ​ພັກ, ກ່ອນ​ອື່ນ​ໝົດ​ແມ່ນ​ວຽກ​ງານ​ກຳ​ນົດ​ທິດ, ຈຸດ​ສຸມ​ຂອງວຽກ​ງານ​ຕ່າງ​ປະ​ເທດ​ໃນ​ປີ​ 2015, ເອົາ​ໃຈ​ໃສ່​ກ່​ວາ​ອີກເຖິງວຽກ​ງານ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​, ເອົາ​ໃຈ​ໃສ່​​ເຖິງລັກ​ສະ​ນະ​ເປັນ​ເຈົ້າ​ການ ແລະ ຄຸນ​ນະ​ພາບ​ຂອງວຽກ​ງານ​ເປັນ​ເສ​ນາ​ທິ​ການ…