ຕັ້ງ​ຄວາມ​ຫວັງ​ຕໍ່​ບັນ​ດາ​ໝາກ​ຜົນ​ຕັ້ງ​ໜ້າ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6

Chia sẻ
(VOVWORLD) - ຕອນເຊົ້າວັນທີ 23 ຕຸລາ, ໃນກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະໄຂຂຶ້ນຢ່າງສົມກຽດໃນຫໍສະພາແຫ່ງຊາດ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ກ່ອນວາລະໄຂ, ມີສະມາຊິກສະພາແຫ່ງຊາດ ຫຼາຍທ່ານໄດ້ຢັ້ງຢືນວ່າ ຈະຍົກສູງນ້ຳໃຈຄວາມຮັບຜິດຊອບ, ເສີມຂະຫຍາຍພູມປັນຍາ, ປະກອບສ່ວນເພື່ອຜົນສຳເລັດຂອງກອງປະຊຸມ.
ຕັ້ງ​ຄວາມ​ຫວັງ​ຕໍ່​ບັນ​ດາ​ໝາກ​ຜົນ​ຕັ້ງ​ໜ້າ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6 - ảnh 1 ທ່ານນາງ ເລທິແທັງລາມ, ສະມາຊິກສະພາແຫ່ງຊາດ ແຂວງ ເຮົ້າຢາງ (ພາບ: daibieunhandan.vn) 

ຕາມທ່ານນາງ ຟ້າມທິຮົ່ງອຽນ, ສະມາຊິກສະພາແຫ່ງຊາດ ແຂວງ ບິ່ງທ້ວນ ແລ້ວ, ໃນກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດ ຈະແກ້ໄຂວຽກງານຈຳນວນຫຼາຍ, ດ້ວຍຫຼາຍເນື້ອໃນສຳຄັນ, ເປັນຕົ້ນແມ່ນ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ)... ບັນດາເນື້ອໃນ ທີ່ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງນີ້ ຈະຊ່ວຍແກ້ໄຂບັນດາຈຸດອຸດຕັນແກ່ການພັດທະນາເສດຖະກິດ - ສັງຄົມ, ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍການເຕີບໂຕຂອງທັງສະໄໝ. ທ່ານເຊື່ອໝັ້ນວ່າ ບັນດາລັດຖະນະໂຍບາຍຂອງສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 6 ແມ່ນທັນການ; ສະແດງພູມປັນຍາ, ຄວາມສຸດຈິດສຸດໃຈ ແລະ ຄວາມຮັບຜິດຊອບຂອງບັນດາສະມາຊິກສະພາແຫ່ງຊາດທີ່ມີຕໍ່ປະເທດຊາດ, ຕໍ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ.

         ທ່ານນາງ ເລທິແທັງລາມ, ສະມາຊິກສະພາແຫ່ງຊາດ ແຂວງ ເຮົ້າຢາງ ກໍຢັ້ງຢືນວ່າ ບັນດາສະມາຊິກສະພາແຫ່ງຊາດ ຈະສຸມພູມປັນຍາ ເພື່ອປຶກສາຫາລື ແລະ ຍົກອອກບັນດາລັດຖະນະໂຍບາຍ ທີ່ຖືກຕ້ອງ, ສະຫຼາດສ່ອງໃສ ສຳລັບບັນດາບັນຫາສຳຄັນຂອງປະເທດຊາດ ພາຍໃຕ້ສິດອຳນາດຂອງສະພາແຫ່ງຊາດ.

ຕອບກັບ