ດັດປັ​ບ, ເປີດ​ກ້​ວາງ​ຕາ​ໜ່າງ​ສະ​ໜອງນ້ຳ​ໃຫ້​ແກ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ

Chia sẻ
(VOVWORLD) -ຕອນບ່າຍວັນທີ 5 ມີນາ, ຄະນະປະຕິບັດງານຂອງ ທະນາຄານໂລກ (WB) ໂດຍທ່ານ David Lord, ຫົວໜ້າໂຄງການ “ສະເໜີ ການສະໜອງນ້ຳໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມຢ່າງປອດໄພ” ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ອານຢາງ ກ່ຽວກັບການດັດປັບ ແລະ ເປີດກ້ວາງຕາໜ່າງສະໜອງນ້ຳລະດັບເຂດຂອງແຂວງ ອານຢາງ.
ດັດປັ​ບ, ເປີດ​ກ້​ວາງ​ຕາ​ໜ່າງ​ສະ​ໜອງນ້ຳ​ໃຫ້​ແກ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ - ảnh 1ມອບອ່າງເກັບນ້ຳ ແລະ ສະໜອງນ້ຳຈືດໃຫ້ແກ່ປະຊາຊົນເຂດໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ຢູ່ແຂວງເບັ໊ນແຈ (ພາບ: TTXVN) 

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນແທັງບີ່ງ, ປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ໄດ້ເຫັນດີເປັນເອກະພາບ ຕໍ່ເວລາຜັນຂະຫຍາຍໂຄງການ ແລະ ຄະນະກຳມະການປະຊາຊົນແຂວງໄດ້ມອບໝາຍໃຫ້ພະແນກແຜນການ ແລະ ການລົງທຶນ ເປັນອົງການກະກຽມໂຄງການ, ປະຕິບັດສຳເລັດບັນດາລະບຽບການ ເພື່ອຮອດຕົ້ນເດືອນກັນຍາ 2020 ໃຫ້ໄດ້ຍື່ນສະເໜີຕໍ່ ທ່ານນາຍົກລັດຖະມົນຕີໃຫ້ອະນຸມັດຜ່ານຂໍ້ສະເໜີໂຄງການ.

ທ່ານ David Lord, ໄດ້ສະເໜີໃຫ້ ແຂວງອານຢາງສົ່ງຄວາມຮຽກຮ້ອງຕ້ອງການຈົດທະບຽນລົງທຶນໂຄງການ ໃຫ້ແກ່ WB ແລະ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນໂດຍໄວເພື່ອນຳໂຄງການດັ່ງກ່າວເຂົ້າໃນແຜນການລົງທຶນພາກລັດໄລຍະກາງ 2021 – 2025.

ຕອບກັບ