ຍູ້ແຮງວຽກງານຖະແຫຼງຂ່າວໂຄສະນາກ່ຽວກັບເຂດທະເລໝູ່ເກາະຫວຽດນາມ ປີ 2014

Chia sẻ
(vovworld)- ຕອນ​​ເຊົ້າວັນ​ທີ 15/7, ຢູ່​ດາ​ນັ້ງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານຫວຽດນາມ ໄດ້ຈັດກອງປະຊຸມອົບຮົມ...
ຍູ້ແຮງວຽກງານຖະແຫຼງຂ່າວໂຄສະນາກ່ຽວກັບເຂດທະເລໝູ່ເກາະຫວຽດນາມ ປີ 2014 - ảnh 1
ກອງປະຊຸມອົບຮົມກ່ຽວກັບວຽກງານຖະແຫຼງຂ່າວໂຄສະນາ
ກ່ຽວກັບເຂດທະເລໝູ່ເກາະຫວຽດນາມ ປີ 2014

(vovworld)- ຕອນ​​ເຊົ້າວັນ​ທີ 15/7, ຢູ່​ດາ​ນັ້ງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານຫວຽດນາມໄດ້ຈັດ ກອງປະຊຸມອົບຮົມກ່ຽວກັບວຽກງານຖະແຫຼງຂ່າວໂຄສະນາກ່ຽວກັບເຂດທະເລໝູ່ເກາະຫວຽດນາມ ປີ 2014 ໃຫ້ແກ່ການນຳ, ພະນັກງານບັນດາພະແນກ​ຖະ​ແຫຼ​ງຂ່າວ, ສື່ສານ ແລະ ນັກຂ່າວບັນດາສະຖານີ ວິທະຍຸ​ໂທລະພາບ​ໃນ​ທົ່ວ​ປະ​ເທດ. ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ບົດລາຍ​ງານຫົວ​ເລື່ອງ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ, ທັດສະນະ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ ​ແລະ ວິທີ​ການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ ຢູ່​ທະ​ເລ​ຕາ​ເວັນ​ອອກ....   ທ່ານ​ຮອງ​ລັດຖະມົນຕີ​ກະຊວງ ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານຫວຽດນາມ ​ເຈືອງ​ມິນ​ຕ້ວນ ​ໃຫ້​ຮູ້​ວ່າ :

   “ ​ໃນ​ຄັ້ງ​ນີ້, ສື່​ມວນ​ຊົນ​ຂອງ​ພວກ​ເຮົາ​ໄດ້​ປະຕິບ​ັດເປັນ​ຢ່າງ​ດີ​ໃນ​ວຽກ​ງານ​ໂຄສະນາ ​ແລະ ບັນດາ​ອົງການ​ຖະ​ແຫຼ​ງຂ່າວ​ສື່ສານ​ກໍ​ປະຕິບັດ​ເປັນ​ຢ່າງ​ດີ​ໃນ​ການ​ຊີ້​ນຳ​ວຽກ​ງານ​ໂຄສະນາ, ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຄວາມ​ຕັດສິນ​ໃຈ​ຂອງ​ພວກ​ເຮົາ​ໃນ​ການປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະຂອງ​ປະ​ເທດ​ຊາດ. ສະ​ເໜີ​ສື່​ມວນ​ຊົນ​ຄວນ​​ໃຫ້​ຂ່າວ​ກ່ຽວ​ກັບ​ຄຳ​ເຫັນ​ຫາງ​ສຽງ​ສາກົນ​ກ່ຽວ​ກັບ​ບັນຫາ​ນີ້, ບັນດາ​ມາດ​ຕະການ​ຕໍ່​ສູ້​​ໃນ​ສະຖານ​ທີ່​ຕົວ​ຈິງ, ຕໍ່ສູ້​ຜ່ານ​ທາງ​ການ​ທູດ, ຕໍ່ສູ້​ທາງ​ຫາງ​ສຽງ​ເພື່ອ​ຢືນຢັນປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະຂອງ​ປະ​ເທດ​ຊາດ”