ຍົກສູງຄຸນນະພາບການສິດສອນພາສາຫວຽດ ໃຫ້ຄູອາຈານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

Chia sẻ
(vovworld) – ການຮັກສາ ​ແລະ ຍູ້​ແຮງ​​ການ​ສອນ ​ແລະ ຮຽນ​ພາສາ​ຫວຽດ ​ໃນ​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ວຽກ​ງານສຳລັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ
ຍົກສູງຄຸນນະພາບການສິດສອນພາສາຫວຽດ ໃຫ້ຄູອາຈານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 24/06, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (ກະຊວງ​ການ​ຕ່າງປະ​ເທດ) ​ໄດ້​ສົມທົບ​ກັບກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຈັດ​ພິທີ​ໄຂ​ຊຸດ​ຝືກອົບ​ຮົບ​ສອນ​ພາສາ​ຫວຽດ ​ໃຫ້​ຄູ​ອາຈານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຄັ້ງທີ 2 ປີ 2014. ​ການຮັກສາ ​ແລະ ຍູ້​ແຮງ​​ການ​ສອນ ​ແລະ ຮຽນ​ພາສາ​ຫວຽດ ​ໃນ​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ວຽກ​ງານສຳລັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເຊິ່ງຍາມ​ໃດ​ການ​ນຳ​ພັກ ​ແລະ ລັດ​ກໍ່​ເອົາ​ໃຈ​ໃສ່, ຖື​ເປັນ​ສຳຄັນ ​ເພື່ອ​ແນ​ໃສ່​ຊ່ວຍ​ຍົກ​ສູງ​ຄຸນ​ນະພາ​ບການ​ສອນ​ພາສາ​ຫວຽດ ​ໃຫ້​ວົງ​ຄະນະ​ຍາ​ດຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ. ຜ່ານລາຍການ​ນີ້, ບັນດາ​ຄູອາຈານ​ອາສາ​ສະໝັກ, ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ໃນ​ການ​ສອນ​ພາສາ​ຫວຽດ ຢູ່​ຕ່າງປະ​ເທດຈະ​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່, ຄວາມ​ປາດ​ຖະໜາ, ບັນດາ​ນ້ຳ​ໃຈ​ອັນ​ດີງາມ​ເຖິງ​ລຸ່ນໜຸ່ມ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ. ພິ​ເສດ, ບັນດາ​ຄູ​ອາຈານ ຈະ​ສອນ​ບັນດາ​ຄວາມ​ຮູ້​ດ້ານ​ປະຫວັດສາດ, ວັດທະນະທຳ, ການ​ດຳລົງ​ຊີວິດ, ຊາວ​ຫວຽດນາມ ດ້ວຍ​ພາສາ​ຫວຽດ, ​ເພື່ອ​ໃຫ້​ພວກ​ນ້ອງ​ເຂົ້າ​ໃຈ​​ແຈ້ງ ​ແລະ ຮັກຫອມ​ບ້ານ​ເກີດ​ເມືອງ​ນອນກວ່າ​ອີກກໍ່​ຄືເສີມ​ຂະຫຍາຍ ​ແລະ ອະນຸລັກ​ຮັກສາ​ວັດທະນະທຳ​ຂອງ​ຊາດ​ໄດ້.