ຊາວໜຸ່ມ ຫວຽດນາມ ກະທຳເພື່ອດິນຟ້າອາກາດ

Chia sẻ
(VOVWORLD) - ພ້ອມກັບຂະບວນການດິນຟ້າອາກາດຂອງຊາວໜຸ່ມທົ່ວໂລກ, ກົມການປ່ຽນແປງຂອງດິນຟ້າອາກາດ ແລະ ຂໍ້ລິເລີ່ມ “ຄຳໝັ້ນໝາຍດິນຟ້າອາກາດທົ່ວໂລກ” ແລະ ຂໍ້ລິເລີ່ມດິນຟ້າອາກາດສຳລັບຊາວໜຸ່ມຂອງ UNDP ໄດ້ພິມຈຳໜ່າຍ “ບົດລາຍງານພິເສດກ່ຽວກັບຊາວໜຸ່ມ ແລະ ການກະທຳເພື່ອດິນຟ້າອາກາດ” ຄັ້ງທຳອິດໃນປີ 2021 ໂດຍກຸ່ມເພື່ອນໜຸ່ມຂຽນດ້ວຍການທາບທາມຄວາມເຫັນຂອງຊາວໜຸ່ມກ່ວາ 1000 ຄົນ...
ຊາວໜຸ່ມ ຫວຽດນາມ ກະທຳເພື່ອດິນຟ້າອາກາດ - ảnh 1ບັນດານ້ອງຊາວໜຸ່ມເຂົ້າຮ່ວມລາຍການ
(ພາບປະກອບຈາກຄະນະຈັດຕັ້ງສະໜອງ)

ໃນລະຫວ່າງວັນທີ 18 – 20 ສິງຫາ, ອົງການ ສປຊ ເພື່ອການພັດທະນາ (UNDP) ແລະ ກົມການປ່ຽນແປງຂອງດິນຟ້າອາກາດ, ກະຊວງຊັບພະຍາກອນ ທຳມະຊາດແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄ້າຍປະດິດຄິດແຕ່ງຊາວໜຸ່ມ ອັບເດດບົດລາຍງານພິເສດ “ຊາວໜຸ່ມ ຫວຽດນາມ ກະທຳເພື່ອການປ່ຽນແປງຂອງດິນຟ້າອາກາດ” ປີ 2022. ຊາວໜຸ່ມກ່ວາ 20 ຄົນທີ່ມາຈາກບັນດາເຂດພາກຕ່າງກັນ, ພ້ອມກັບບັນດານັກຊ່ຽວຊານຢູ່ພາຍໃນປະເທດ, ນັກຊ່ຽວຊານ UNDP ໄດ້ເຂົ້າຮ່ວມຄ້າຍແຫ່ງນີ້. ຄ້າຍດັ່ງກ່າວໄດ້ຈັດຂຶ້ນໃນສະພາບທີ່ບັນດາປະເທດພວມກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 27 ຂອງກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 27) ເພື່ອຍົກອອກບັນດາມາດຕະການສຳລັບບັນຫາປ່ຽນແປງຂອງດິນຟ້າອາກາດ. ພ້ອມກັບຂະບວນການດິນຟ້າອາກາດຂອງຊາວໜຸ່ມທົ່ວໂລກ, ກົມການປ່ຽນແປງຂອງດິນຟ້າອາກາດ ແລະ ຂໍ້ລິເລີ່ມ “ຄຳໝັ້ນໝາຍດິນຟ້າອາກາດທົ່ວໂລກ” ແລະ ຂໍ້ລິເລີ່ມດິນຟ້າອາກາດສຳລັບຊາວໜຸ່ມຂອງ UNDP ໄດ້ພິມຈຳໜ່າຍ “ບົດລາຍງານພິເສດກ່ຽວກັບຊາວໜຸ່ມ ແລະ ການກະທຳເພື່ອດິນຟ້າອາກາດ” ຄັ້ງທຳອິດໃນປີ 2021 ໂດຍກຸ່ມເພື່ອນໜຸ່ມຂຽນດ້ວຍການທາບທາມຄວາມເຫັນຂອງຊາວໜຸ່ມກ່ວາ 1000 ຄົນ. ບົດລາຍງານພິເສດນີ້ເປັນຂີດໝາຍສຳຄັນສຳລັບຊາວໜຸ່ມໃນການປະກອບສ່ວນເຂົ້າໃນຄວາມມານະພະຍາຍາມກ່ຽວກັບດິນຟ້າອາກາດແຫ່ງຊາດ ແລະ ທົ່ວໂລກ. ບົດລາຍງານໄດ້ຊີ້ໃຫ້ເຫັນບັນດາສິ່ງທ້າທາຍເຊິ່ງຊາວໜຸ່ມ ຫວຽດນາມ ຕ້ອງປະເຊີນໜ້າເມື່ອປະຕິບັດບັນດາການກະທຳເພື່ອດິນຟ້າອາກາດ, ພ້ອມທັງກໍ່ຍົກໃຫ້ເຫັນບັນດາກຳລັງໜູນເພື່ອແນໃສ່ແກ້ໄຂສິ່ງທ້າທາຍຕ່າງໆນີ້.

ຕອບກັບ